黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຟາວ​ຊີ​ກ່າວ​ວ່າ: ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢູ່​ບາງ​ເຂດ​ຂອງ​ອາ​ເມ​ຣິ​ກາ “ມີ​ບັນ​ຫາ​ໜັກ​ໜ່ວງ”

2020-06-27 14:10:14 cri

ໃນ​ການ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ກ່ຽວ​ກັບ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ຢູ່​ທຳ​ນຽບ​ຂາວທ່ານ​ອັນໂ​ຕ​ນີ ຟາວ​ຊີ, ຜູ້ຊ່ຽວ​ຊານ​ພະ​ຍາດ​ຕິດ​ແປດ​ຂອງ​ອາ​ເມ​ຣິ​ກາ​, ສະ​ມາ​ຊິກ​​ພິ​ເສດ​ຂອງ​ໜ່ວຍ​ຊ່ຽວ​ຊານ​​ເພື່ອຮັບ​ມື​ກັບ​​ພະ​ຍາດ​ໂຄວິດ-19 ຂອງ​ທຳ​ນຽບ​ຂາວກ່າວ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ລັດ​ຕ່າງໆ​ເພີ່ມ​ຂຶ້ນ​ຄືນ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ​ບາງ​ເຂດ​ຂອງ​ອາ​ເມ​ຣິ​ກາ​ພວມ​ຜະ​ເຊີນ​ກັບ “ບັນ​ຫາ​ໜັກ​ໜ່ວງ”, ນີ້​ເປັນ​ເລື່ອງ​ທີ່​ເຮັດ​ໃຫ້​​ຕົນ​ຮູ້​ສຶກ​​ກັງ​ວົນຫຼາຍ.

ທ່​ານ​ຟາວ​ຊີ ກ່າວ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ຢູ່​ບາງ​ເຂດ​ແມ່ນ​ຍ້ອນ​ວ່າ​ເຂດ​ເຫຼົ່​າ​ນັ້ນ​ໄດ້​ຟື້ນ​ຟູ​​ເສດ​ຖະ​ກິດ​ຄືນ​ໃໝ່​ໄວ​ເກີນ​ໄປ, ແລະ​ປະ​ຊາ​ຊົນ​ຢູ່​ເຂດ​ເຫຼົ່າ​ນັ້ນ​ບໍ່​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ຕາມຫຼັກ​ການ​ປ້ອງ​ກັນ​ພະ​ຍ​າດ. ທ່ານ​ຍັງ​ໄດ້​​ກ່າວເນັ້ນ​ໜັກ​ວ່າ: ຖ້າ​ວ່າ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຕໍ່​ໜ້າ, ລັດ​ທີ່​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ພວມ​ຫຼຸດ​ລົງ​ນັ້ນ​ອາດ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19 ​ແລະ​ອາດ​ຈະແຜ່​ລະ​ບາດ​ຮ້າຍ​ແຮງ​ຂຶ້ນ​ອີກ​ຄັ້ງໃໝ່.

ຄຳ​ເຫັນ

0