尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວ​ໜ້າ​​ພະ​ແນກ​ວຽກ​ງານ​ລັດ​ຖະ​ກອນ​ຮົງ​ກົງ​ກ່າວ​ວ່າ: ກົດ​ໝາຍ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຢູ່ຮົງ​ກົງ​ຈະ​ເຮັດ​ໃຫ້​ແນວ​ທາງ “​ປະ​ເທດ​ດຽວ​ສອງ​ລະ​ບອບ” ມີ​​ພື້ນ​ທີ່ການ​ພັດ​ທະ​ນາ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ

2020-06-27 11:48:50 cri

ວັນ​ທີ 26 ມິ​ຖຸ​ນາ​ນີ້, ທ່ານ ເນຍ​ເຕີ​ສວນ ຫົວ​ໜ້າ​​ພະ​ແນກ​ວຽກ​ງານ​ລັດ​ຖະ​ກອນ​ຮົງ​ກົງໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CCTV.
 

ທ່ານ ເນຍ​ເຕີ​ສວນ ກ່າວ​ວ່າ: ໃນ​ເຫດ​ການ​ດັດ​ແກ້​ກົດ​ໝາຍ​ໃນ 1 ປີ​ຜ່ານ​ມາ, ນອກ​ຈາກ​ໄດ້​ມີ​ຜູ້​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ເພື່ອ​ທຳ​ລາຍ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ດ້ານ​​ການ​ປົກ​ຄອງ​ດ້ວຍກົດ​ໝາຍ​ຂອງ​ສັງ​ຄົມ​ຮົງ​ກົງ​ຢ່າງ​ໜັກ​ໜ່ວງ​ແລ້ວ, ​ຍັງມີ​ລັດ​ຖະ​ກອນ​ຈຳ​ນວ​ນ​ໜຶ່ງ​ກໍ​ໄດ້​​ເຂົ້າ​ຮ່ວມການ​ໂຮມ​ຊຸມ​ນຸມ​ເພື່ອ​ຕໍ່​ຕ້ານ​ການ​ດັດ​ແກ້​ກົດ​ໝາຍ, ເຮັດ​ໃຫ້​​ເກີດມີ​ຜົນ​ກະ​ທົບ​ທີ່​ໜັກ​ໜ່ວງ​ຫຼາຍ. ການ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່ຮົງ​ກົງ​ມີ​ຈຸດ​ປະ​ສົງ​ເພື່ອ​ແກ້​ໄຂ​ຂໍ້​ບົກ​ຜ່ອງ​ຂອງ​ກົດ​ໝາຍ ເຊິ່ງ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ໃນ​ໄລ​ຍະ​ຍາວ​ນານ​ກໍ​ຄື​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ”. ການ​ສ້າງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເປັນ​ການ​​ປາບ​​ຜູ້​​ກໍ່​ອາ​ຊະ​ຍາ​​​ກຳ​ສ່ວນ​ໜ້ອຍ​ທີ່​ສຸດ​ທີ່​ມີການ​ກະ​​ທຳ​ທີ່​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ​ແຕ່ເປັນ​ການ​ປ້ອງ​ກັນ​ສິດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍແລະ​ເສ​ລີ​ພາບ​ຂອງ​ຄົນ​ສ່ວນ​ໃຫຍ່.
 

ທ່ານ ເນຍ​ເຕີ​ສວນ ​ຍັງກ່າວ​ຕື່ມ​ວ່າ: ການ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແມ່ນ​ເພື່ອ​ປາບ​ການ​ກະ​ທຳ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ໜັກ​ໜ່ວງ 4 ປ​ະ​ເພດ ໂດຍມີ​ຫຼັກ​ການ​ແລະ​ຈຸດ​ປະ​ສົງ​ທີ່​ຈະ​ແຈ້ງ​ຫຼາຍ.  ກົດ​ໝາຍ​ສະ​ບັບ​ນີ້​ກໍ່​ຈະ​ສືບ​ຕໍ່​ຮັບ​ປະ​ກັນ​ສິດ​​ເສ​ລີ​ພາຍ​ໃນ​ການປາກ​ເວົ້າ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ, ​ໃນຂະ​ນະ​ດຽວ​ກັນ, ​ພວກ​ເຮົາກໍ່​ຕ້ອງ​ປະ​ຕິ​ບັດ​​ພັນ​ທະ​ແລະ​ມີຄວາມ​ຮັບ​ຜິດ​ຊອບ​ເທົ່າ​ທີ່​ຄວນ​ຕໍ່​ກົດ​ໝາຍ​ເຊັ່ນ​ກັນ. ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ໃນ​ໄລ​ຍະ​ຍາວ​ນານ,​ທັງ​ຈະ​ເຮັດ​ໃຫ້​ແນວ​ທາງ “​ປະ​ເທດ​ດຽວ​ສອງ​ລະ​ບອບ” ມີ​ພື້ນ​ທີ່ການ​ພັດ​ທະ​ນາ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ.

ຄຳ​ເຫັນ

0