尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ຈະສະ​ໜັບ​ສະ​ໜູນ​ແລະ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງ​ປ້ອງ​ກັນພະ​ຍາດ​ໂຄວິດ-19

2020-06-27 11:49:56 cri

​ວັນ​ທີ 26 ມິ​ຖຸ​ນາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
 

ທ່ານ ​ໂຊ​ເມຍ ສະວາ​ມິ​ນາ​ທານ ຫົວ​ໜ້ານັກ​ວິ​ທະ​ຍາ​ສາດ​​ WHO ກ່າວ​ວ່າ: ປັດ​ຈຸ​ບັນ, ຢູ່​ຈີນ​ຢ່າງ​ໜ້ອຍ​ໄດ້​ມີ​ຢາ​ວັກ​ແຊັງທີ່​ພວມ​ທົດ​ລອງ 4 ​ຊະ​ນິດ​ຈາກ​ການ​ທົດ​ລອງ​ໄລ​ຍະ​​ສອງ​​ພວມ​ກ້າວເຂົ້າ​ສູ່​ການ​ທົດ​ລອງ​ໄລ​ຍະ​​ສາມ, WHO ໄດ້​​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງ​ຂອງ​ຈີນ​ຫຼາຍ​ຄະ​ນະ​ກ່ຽວ​ກັບ​ການ​ຮ່ວມ​ມືກັນຕື່ມ​ອີກ, WHO ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ພ້ອມ​ທັງ​​ຊ່ວຍດຳ​ເນີນ​ການ​ທົດ​ລອງ​​ປິ່ນ​ປົວ.
 

WHO ກ່າວ​ວ່າອົງ​ການ​ຕົນ​ມີ​ແຜນ​ຈະ​ສະ​ໜອງ​ເຄື່ອງກວ​ດ​ຫາ​ເຊື້ອ 500 ລ້ານ​​ຊຸດໃຫ້​ແກ່​ປະ​ເທດ​ທີ່​ມີ​ລາຍ​ຮັບ​ລະ​ດັບກາງ​ແລະ​ຕ່ຳ​ກ່ອນ​​ກາງ​ປີ 2021, ແລະ​ຈະ​ສະ​ໜອງ​ຢາ​ວັກ​ແຊັງ 2 ຕື້​ຫຼອກ​ໃຫ້​ແກ່​ທົ່ວ​ໂລກ​ກ່ອນ​ທ້າຍ​ປີ 2021. ໃນ 12 ເດືອນ​ຕໍ່​ໜ້າ, ​ອົງ​ການ​ຕົນຕ້ອງ​ການ​ທຶນ 31,3 ຕື້​ໂດ​ລາ​ສະ​ຫະ​ລັດ, ປັດ​ຈຸ​ບັນ​ໄດ້​ຮັບ​ທຶນແລ້ວ 3,4 ຕື້​ໂດ​ລາ​ສະ​ຫະ​ລັດ,ຍັງ​ຂາດ​​ຢູ່ 27,9 ຕື້​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0