蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສ້າງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຍ່ອມ​ຈະ​ສາ​ມາດ​ສ້າງ​ຄວາມ​ຫວັ່ນ​ໄຫວ​ໃຫ້​ພວກ​ຈະ​ລາ​ຈົນ​​ຢູ່​ຮົງ​ກົງ

2020-06-27 15:26:29 CRI

图片默认标题_fororder_1593188362258_784_863x486

ວັນ​ທີ 26 ມິ​ຖຸ​ນາ​ນີ້, ທ່ານ​ເຈິ່ງ​ກົວ​ເວີ້ຍ ຫົວ​ໜ້າ​ພະ​ແນກ​ລະ​ບອບ​ການ​ເມືອງ​ແລະ​ວຽກ​ງານ​ແຜ່ນ​ດິນ​ໃຫຍ່​​ຢູ່ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ວ່າ: ຮົງ​ກົງ​ໄດ້​ຄອຍ​ຖ້າ​ການ​ສ້າງ​ກົດ​ໝາຍ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ມາ​ແຕ່​ດົນ​ແລ້ວ, ການ​ສ້າງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນວ່າ, ທາງລັດ​ຖະ​ບານ​​ໄດ້​ເອົາ​ໃຈ​ໃສ່​ຮົງ​ກົງ​ເປັນ​ພິ​ເສດ. ການ​ສ້າງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຍ່ອມ​ຈະ​ສາ​ມາດ​ສ້າງ​ຄວາມ​ຫວັ່ນ​ໄຫວ​ໃຫ້ພວກ​ຈະ​ລາ​ຈົນ​​ຢູ່​ຮົງ​ກົງ​​ຢ່າງ​ແນ່ນອນ. ເຮັດ​ໃຫ້ສັງ​ຄົມ​ຮົງ​ກົງ​​ມີ​ສະ​ຖຽນ​ລະ​ພາບກວ່າ​ເກົ່າ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຍ່ອມ​ຈະ​ດີ​ງາມກວ່າ​ເກົ່າ. ໃນ​ຖາ​ນະ​ເປັນ​ຊາວ​ຈີນ​ຄົນ​ໜຶ່ງ, ພວກ​ເຮົາ​ດຳ​ລົງ​ຊີ​ວິດ​​ຢູ່ໃນ​ຍຸກ​ນີ້​ເປັນ​ເລື່ອງ​ທີ່​ມີ​ຄວາມ​ສຸກ​ທີ່​ສຸດ, ພວກ​ເຮົາ​ຄວນ​ທະ​ນຸ​ຖະ​ໜອມ​ກັນ.

ທ່ານ​ເຈິ່ງ​ກົວ​ເວີ້ຍ​ກ່າວ​ວ່າ, “ເຫດ​ການ​ດັດ​ແກ້​​ກົດ​ໝາຍ” ທີ່​ເກີດ​ຂຶ້ນ​ໃນ​ປີ​ກາຍ​ນີ້​ໄດ້​ເຮັດ​ໃຫ້​ສັງ​ຄົມ​ຮົງ​ກົງ​ເກີດ​ມີ​ສະ​ພາບ​ການ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ເຊິ່ງບໍ່​ພຽງ​ແຕ່​ໄດ້​ທຳ​ລາຍ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ຂອງ​ຮົງ​ກົງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຄວາມ​ສ່ຽງ​ທີ່​ຈະ​ແຈ້ງ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອີກ​ດ້ວຍ. ສະ​ນັ້ນ, ພວກ​ເຮົາ​ກໍ​ພວມ​ຄອຍ​ຖ້າ​ກົດ​ໝາຍ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢ່າງ​ແຮງ​ກ້າ. ປັດ​ຈຸ​ບັນ, ​ພວກ​ເຮົາ​ກໍມີ​ແຜນ​ການ​ແກ້​ໄຂ​ທີ່​ດີ​ອອກ​ມາ​ໃນ​ທີ່​ສຸດ, ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ກໍ​ແມ່ນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ຮົງ​ກົງ​ຄື​ກັນ.

ທ່ານ​ເຈິ່ງ​ກົວ​ເວີ້ຍ​ກ່າວ​ຕື່ມ​ວ່າ, ພາຍຫຼັງ​ກົດ​ໝາຍ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ, ຈະ​ຕັ້ງ​ໜ້າ​ໂຄ​ສະ​ນາ​ຕໍ່​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຮົງ​ກົງ​ຮັບ​ຮູ້​ເຖິງ​ຜົນ​ດີ​ຂອງ​ກົດ​ໝາຍ​ສະ​ບັບ​ນີ້ ແລະ ຮູ້​ວ່າ ກົດ​ໝາຍ​ສະ​ບັບ​ນີ້​ຈະ​ປົກ​ປ້ອງ​ສິດ​ທິ ແລະ ຜົນ​ປະ​ໂຫຍດ​​ອັນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຕົນ​ແນວ​ໃດ. ນີ້​ຍ່ອມ​ຈະ​​ສາ​ມາດ​ສ້າງ​ຄວາມ​ຫວັ່ນ​ໄຫວ​ໃຫ້​ພວກ​ຈະ​ລາ​ຈົນ​ຢູ່​ຮົງ​ກົງ​ຢ່າງ​ແນ່ນອນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ: ​ໃນ​ອະ​ນາ​ຄົດ, ສັງ​ຄົມ​ຮົງ​ກົງ​ຍ່ອມ​ຈະ​ມີ​ສະ​ຖຽນ​ລະ​ພາບກວ່າ​ເກົ່າ ແລະ ປະ​ຊາ​ຊົນ​ຮົງ​ກົງ​ຈະ​ມີ​ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ.

图片默认标题_fororder_1593188400225_737_863x486

ຄຳ​ເຫັນ

0