蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ໃຫ້​ສິນ​ບົນ​ແກ່​ພວກຫົວ​ໜ້າບັນ​ຊາ​ການ​ກຳ​ປັ່ນ​ອີ​ຣານ​ບໍ່​ໄດ້​ຜົນ​ເລີຍ​ຂວ້ຳ​ບາດ​​​ເຂົາ​ເຈົ້າ

2020-06-27 15:27:19 CRI

ນ​ທີ 24 ມິ​ຖຸ​ນາ​ນີ້, ທ່ານ​ໄມ​ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ປະ​ກາດ​ມາດ​ຕະ​ການ​ຂວ້ຳ​ບາດ​ອີ​ຣານ​ຮອບ​ໃໝ່, ເປົ້າ​ໝາຍ​ຂວ້ຳ​ບາດ​ລວມ​ທັງ​ພວກ​ຫົວ​ໜ້າ​ບັນ​ຊາ​ການກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນອີ​ຣານ 5 ລຳ ທີ່​ຂົນ​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ເວ​ເນ​ຊູ​ເອ​ລາ​ໃນ​ເດືອນ​ແລ້ວ​ນີ້.

ວັນ​ທີ 26 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນຳ​ດາ ແຊງ​​ເນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ອີ​ຣານ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ພວກ​ຫົວ​ໜ້າ​ບັນ​ຊ​າ​ການ​ກຳ​ປັ່ນ​ເປັນ​ເລື່ອງ​ທີ່​ຕົນຄາດ​ຄິດ​​ໄວ້​ແລ້ວ, ​ເພາະ​ວ່າ, ກ່ອນ​ໜ້າ​ນີ້​ອາ​ເມ​ຣິ​ກາ​ເຄີຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ໃຫ້​ເງິນ​ສິນ​ບົນ​ແກ່​ພວກ​​ຫົວ​ໜ້າບັນ​ຊາ​ການ​ກຳ​ປັ່ນ​ເຫຼົ່າ​ນີ້, ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ. ຫຼັງ​ຈາກ​ນັ້ນ, ອາ​ເມ​ຣິ​ກາ​ໄດ້​ຂົ່ມ​ຂູ່ ແລະ ຂວ້ຳ​ບາດ​ພວກ​ເຂົາ​ເຈົ້າ, ​ຫົວ​ໜ້າ​ບັນ​ຊາ​ການ​ກຳ​ປັ່ນ​ເຫຼົ່າ​ນີ້​ຮູ້​​ມາ​​ກ່ອນແລ້ວ, ມາດ​ຕະ​ການ​ຂວ້ຳ​ບາດ​ແບບ​ນີ້​ຈະ​ບໍ່​ໄດ້​ຜົນ​ຫຍັງເລີຍ.

ທ່ານ​ນຳ​ດາ ແຊງ​ເນ​ກ່າວ​ຕື່ມ​ວ່າ: ນ້ຳ​ມັນ​ທີ່​ອີ​ຣານ​ຂົນ​ສົ່ງ​ໄປ​ໃຫ້​ເວ​ເນ​ຊູ​ເອ​ລາ​ບໍ່​ແມ່ນ​ໃຫ້​ລ້າ, ຫາກ​​ໄດ້ຂາຍ​​ຕາມ​ລາ​ຄາ​​ໃນຕະຫຼາດ, ປັດ​ຈຸ​ບັນ, ເງິນ​ຊື້​ນ້ຳ​ມັນ​ສ່ວນ​ໜຶ່ງ​ໄດ້​ຈ່າຍ​ໃຫ້​ອີ​ຣານ​ແລ້ວ.

ຄຳ​ເຫັນ

0