尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫ​ະ​ພາບ​ເອີ​ຣົບ​ຈະ​ເປີດປະ​ເທດ​​ຢ່າງ​ມີ​ເງື່ອນ​ໄຂ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ໜ້າ​ນີ້​ເປັນ​ຕົ້ນ​ໄປ

2020-06-28 11:44:01 cri

ວັນ​ທີ 27 ມິ​ຖຸ​ນາ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຢືນ​ຢັນ​ບັນ​ຊີ​ລາຍ​ຊື່ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ຕົນຈະ​ຟື້ນ​ຟູ​ການ​ເປີດ​ຊາຍ​ແດນ, ແຕ່​ຍັງ​ບໍ່​ທັນ​ໄດ້ເປີດ​ເຜີຍ​ຕໍ່​ພາຍນອກ​ເທື່ອ.
 

ຂ່າວ​ແຈ້ງວ່າ: ເນື່ອງ​ຈາກວິ​ກິດ​ການ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອາ​ເມ​ຣິ​ກາ​ຈະ​ໄດ້​ຮັບ​​ຜົນ​ກະ​ທົບຢ່າງ​ແຮງ​ຈາກ​ຄຳ​ສັ່ງ​ເກືອດ​ຫ້າມ​ການ​ໂດຍ​ສານ​ໄປສະ​ຫະ​ພາບ​ເອີ​ຣົບ. ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຢືນ​ຢັນ​ບັນ​ຊີ​ລາຍ​ຊື່ 15 ປະ​ເທດ​ທີ່​ຕົນ​ຈະ​ຟື້ນ​ຟູການ​ເປີດຊາຍ​ແດນ​ຕໍ່​ເຊິ່ງ​ຈະ​ເລີ່ມແຕ່​ວັນ​ທີ 1 ກໍ​ລະ​ກົດ​ໜ້າ​ນີ້​ເປັ​ນ​ຕົ້ນ​ໄປ, ໃນ​ນັ້ນ​​ບໍ່​ມີ​ອາ​ເມ​ຣິ​ກາ.
 

ບັນ​ຊີ​ລາຍ​ຊື່​ປະ​ເທດ​ທີ່​ສະ​ຫະ​ພາບ​ເອີ​ຣົບ​ຈະ​ເປີດ​ປະ​ເທດ​ນຳຢ່າງ​ມີ​ເງື່ອນ​ໄຂ​ນັ້ນລວມ​​ມີ: ອາ​ນເຊ​ຣີ, ອົ​ສ​ຕ​ຣາ​ລີ, ກາ​ນາ​ດາ, ຍີ່​ປຸ່ນ, ລູ​ອັນ​ດາ, ສ.ເກົາ​ຫຼີ, ແຊັກ​ບີ, ໄທ, ຕຸຍ​ນີ​ຊີ, ອູ​ຣູ​ໄກວ, ຊັອກ​ຊີ, ນູ​ແວັນ​ເຊ​ລັງ, ມົງ​ເຕ​ເນ​ໂກຼ, ມາ​ຣົກ​ແລະ​ຈີນ.

ຄຳ​ເຫັນ

0