蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານແຂ່ງຂັນ“ຂົວ​ພາ​ສາ​ຈີນ” ຄັ້ງ​ທີ 19 ຮອບ​ຊີງ​ຊະ​ນະ​ເລີດ​ເ​ຂດ​ປະ​ເທດ​ລາວ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ

2020-06-28 10:59:07 CRI

图片默认标题_fororder_1658222311

ວັນ​ທີ 26 ມິ​ຖຸ​ນາ​ນີ້, ງານ​ແຂ່ງ​ຂັນ “ຂົວ​ພາ​ສາ​ຈີນ” ຄັ້ງ​ທີ 19 ຮອບ​ຊີງ​ຊະ​ນະ​ເລີດ​ເ​ຂດ​ປະ​ເທດ​ລາວ ເຊິ່ງ​ແມ່ນ​ສະ​ຖານ​ທູດ ສ​ປ ຈີນ​ ປະ​ຈຳ ສ​ປ​ປ ລາວ​ເປັນ​ເຈົ້າ​ພາບ​, ຮັບ​ຈັດ​ໂດຍ​ຄະ​ນະ​ອັກ​ສອນ​ສາດ ແລະ ສະ​ຖາບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ​ຂົງ​ຈື້.

ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ກ​ານ​ແຂ່ງ​ຂັນ​ຮອບ​ນີ້​ບໍ່​​ຮັບ​ເອົາ​ຜູ້​ຊົມ​ເຂົ້າ​ຊົມ​ຢູ່​ສະ​ຖານ​ທີ່​ແຂ່ງ​ຂັນ, ແຕ່​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຄື​ເກົ່າ, ນັກ​ສຶກ​ສາ 9 ຄົນ​ຈາກ​ຄະ​ນະ​ອັກ​ສອນ​ສາດ ແລະ​ ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ແລະ ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ສຸ​ພາ​ນຸ​ວົງ​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ຄ່ອງ​ແຄ້ວ​ໃນ​ການ​ປາກ​ເວົ້າ ແລະ ​ໄດ້​ສະ​ແດງ​ອອກ​ເຖິງ​ກິ​ລິ​ຍາ​ທ່າ​ທີ. ໂດຍ​ຜ່ານ​ຈາກ 4 ຂັ້ນ​ຕອນ ຄື: ການ​ກ່າວ​ປາ​ຖະ​ກະ​ຖາ, ການ​ຕອບ​ຄຳ​ຖາມ​​ກ່ຽວ​ກັບຄວາມ​ຮູ້, ການ​ຕອບ​ຄຳ​ຖາມ​ຂອງ​ກຳ​ມະ​ການ ແລະ ການ​ສະ​ແດງຄວາມ​ສາ​ມາດ​ເພາະ​ໂຕ ແລະ ໃນ​ທີ່​ສຸດ​ໄດ້ຜູ້​ຊະ​ນະ​ເລີດ​. ຜູ້​ໄດ້​ຮັບ​ລາງວັນ​ທີ 1 ໃນ​ການ​ແຂ່ງ​ຂັນ​ຮອບ​ນີ້​ຈະ​ຕາງ​ໜ້າ​ປະ​ເທດ​ລາວ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ທຳ​ອິດ ແລະ ຮອບ​ຊີງ​ຊະ​ນະ​ເລີດ​ຂອງກິດ​ຈະ​ກຳ​ນັກ​ສຶກ​ສາ​ໂລກ​ແຂ່ງຂັນ​ເວົ້າ​ພາ​ສາ​ຈີນ “ຂົວ​ພາ​ສາ​ຈີນ”.

图片默认标题_fororder_2134875147

ຄຳ​ເຫັນ

0