蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-06-28 11:00:05 CRI

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 36 ໄດ້​ຈັດ​ຂຶ້ນ​ໃນ​ຮູບ​ແບບ​ຜ່ານ​ວິ​ດີ​ໂອ, ໃນ​ຖະ​ແຫຼງ​ການ​ປະ​ທານກອງ​ປະ​ຊຸມ​ສຸດຍອດ​ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ອາ​ຊຽນ​​ໄດ້ປະ​ກາດ​ສ້າງ​ຕັ້ງ​ກອງ​ທຶນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຈະ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​​ເສດ​ຖະ​ກິດ​ຟື້ນ​ຟູ​ຄືນ​ຢ່າ​ງ​ຮອບ​ດ້ານ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ກອງ​ທຶນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ສຳ​ລັບ​ອາ​ຊຽນ ແລະ ​ຈະ​ສຸມ​ຄວາມພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ອາ​ຊຽນ​​ສາ​ມາດຟື້ນ​ຟູ​ຈາກ​ຜົນ​ກະ​ທົບ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ​ອາ​ຊຽນໄດ້​ວາງ​ໂຄງ​ຮ່າ​ງ​ຟື້ນ​ຟູ​​ແບບຄົບ​ວົງ​ຈອນ ​ເພື່ອ​ໃຫ້​ພາກ​ພື້ນ​ຕົນ​​ສາ​ມາດ​ກ້າວ​ຜ່ານ​ໄລ​ຍະຟື້ນ​ຟູ. ຖະ​ແຫຼງ​ການ​ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ​ກັບ​ຄູ່​ຮ່ວມ​ມື​ຕ່າງໆ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຄຳ​ເຫັນ

0