蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ຍາມ​ບຸນ​ຊ່ວງ​ເຮືອ​ຕ່ວນ​ອູ​​ມີນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈີນຫຼາຍກວ່າ 48,8 ລ້ານ​ເທື່ອ​ຄົນ

2020-06-28 15:55:23 CRI

ຕອນ​ຄ່ຳ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ກ​ະ​ຊວງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະ​ຖິ​ຕິ​ການ​ທ່ອງ​ທ່ຽວ​ໃນ​ຍາມ​ພັກ​ບຸນ​ຊ່ວງ​ເຮືອ​ຕ່ວນ​ອູ, ນັບ​ແຕ່​ວັນ​ທີ 25 ຫາ 27 ມິ​ຖຸ​ນາ​ນີ້, ​ນັບ​ລວມ​ແລ້ວ, ທົ່ວ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 48,8 ລ້ານ​ເທື່ອ​ຄົນ ແລະ ສ້າງ​ລາຍ​ຮັບ​ຈາກການ​ທ່ອງ​ທ່ຽວ 12,28 ຕື້ຢວນ.

ເຈົ້າ​ໜ້າ​ທີ່​ຫ້ອງ​​ການ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ​ແຈ້ງວ່າ, ເນື່ອງ​ຈາກ​ມີ​ອຸ​ປະ​ສັກ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຍາມ​ນ້ຳ​ຂຶ້ນ, ພາກ​ສ່ວນ​ວັດ​ທະ​ນ​ະ​ທຳ​ແລະ​ທ່ອງ​ທ່ຽວ​ຂອງ​ທ້ອງ​ຖິ່ນ​ຕ່າງໆ ໄດ້​ເພີ່ມ​ທະ​ວີ​ການ​ປະ​ເມີນ​ ແລະ ຕິດ​ຕາມ​ຄວາມ​ສ່ຽງ​ຕ່າງໆ​ຢູ່​ຕາມ​ສະ​ຖານ​ທີ່​ທ່ອງ​ທ່ຽວ. ໃນ​ຍາມ​ພັກ​ບຸນ​ຊ່ວງ​ເຮືອ​ຕ່ວນ​ອູ​ 3 ວັນ, ທົ່ວ​ປະ​ເທດ​ຈີນ​ບໍ່​ໄດ້​ເກີດ​ເຫດ​ໃຫຍ່​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ປອດ​ໄພ ແລະ ​ມີຄະ​ດີ​​ທີ່​ພົວ​ພັນ​ກັບ​ການ​ທ່ອງ​ທ່ຽວ.

ຂ່າວ​ແຈ້ງວ່າ, ທ້ອງ​ຖິ່ນ​ຕ່າງໆ​ໄດ້​ປະ​ຕິ​ບັດຫຼັກ​ການ “ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ”, ໄດ້​ຈັດ​ເອົາ​ສັນ​ຍານ​ກ້ອງວົງ​ຈອນ​ປິດ​ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂະ​ໜາດ​ໃຫຍ່​ແຫ່ງ​ຕ່າງໆ ເຂົ້າ​ໃນ​ລະ​ບົບ​ຕິດ​ຕາມ ແລະ ຮັບ​ມື​ສຸກ​ເສີນ​ແບບກວມ​ລວມ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ໄດ້​​ລາດ​ຕະ​ເວນ​ກວດ​ກາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລະ​ດັບ 5A ທັງ​ໝົດ 1100 ກວ່າ​ເທື່ອ, ກວດ​ກາ​ຄະ​ນະ​ນັກ​ທ່ອງ​ທ່ຽວ 3046 ຄະ​ນະ ແລະ ໄປ​ກວດ​ກາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ປະ​ເພດ​ຕ່າງໆ​ທົ່ວ​ປະ​ເທດ 15.000 ເທື່ອ.

ຄຳ​ເຫັນ

0