黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່ປັກ​ກິ່ງ​​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່ 14 ກໍ​ລະ​ນີ

2020-06-28 15:03:42 cri

ວັນ​ທີ 27 ມິ​ຖຸ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກປັກ​ກິ່ງ​ໄດ້​ແຈ້ງ​ສະ​ພາບ​ການ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ແຕ່ 0 ໂມງ​ຫາ 24 ໂມງ​ຂອງ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ປັກ​ກິ່ງ​ໄດ້​ລາຍ​ງານ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​​ປັກ​ກິ່ງ 14 ກໍ​ລະ​ນີ, ຜູ້​ຖືກ​ສົງ​ໄສ​ 1 ກໍ​ລະ​ນີ​ແລະ​ພ​ວມ​ຕິດ​ຕາມ​ຜູ້​ບໍ່​ສະ​ແດງ​ອາ​ການ​ 3 ກໍ​ລະ​ນີ. ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ບໍ່​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​, ຜູ້​ຖືກ​ສົງ​ໄສ​ແລະ​ຜູ້​ບໍ່​ສະ​ແດງ​ອາ​ກາດ​ທີ່​ເຂົ້າ​ມາຈາກ​ຕ່າງ​ປະ​ເທດ.

ແຕ່​ວັນ​ທີ 11 ຫາ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ປັກ​ກິ່ງ​ລາຍ​ງານ​ວ່າ: ມີຜູ້​ຖື​ກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​​ຢູ່​ປັກ​ກິ່ງ​ທັງ​ໝົດ 311 ກໍ​ລະ​ນີ, ​ກຳ​ລັງ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ມີ 311 ກໍ​ລະ​ນີ, ຜູ້​ຕິດ​ເຊື້ອ​ພະ​ຍາດ​​ທີ່​ບໍ່​ສະ​ແດງ​ອາ​ການ​ທີ່​ພວມ​ສັງ​ເກດ​ຢູ່​ມີ 26 ກໍລະ​ນີ.

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ດັ່ງ​ກ່າວທີ່​ເພີ່ມ​ໃໝ່​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ມີ 10 ກໍ​ລະ​ນີ​ເກີດ​ຂຶ້ນ​ຢູ່​ເຂດ​ເຟີງ​ຖາຍ, 4 ກໍ​ລະ​ນີ​ເກີດ​ຂຶ້ນ​ຢູ່​ເຂດ​ຕ້າ​ຊິງ. ​ສ່ວນໃນ​ 14 ເຂດ​ຂອງ​ທົ່ວ​ປັກ​ກິ່ງ​ບໍ່​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​​ເພີ່ມ​ໃໝ່.

ຄຳ​ເຫັນ

0