徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທິມ​ງານ​ທ​ຣຳເລື່ອນເວ​ລາ​​ຈັດ​ກິດ​ຈະ​ກຳ​ການ​ແຂ່ງຂັນ​ເລືອກ​ຕັ້ງຢູ່ 2 ລັດ​ຍ້ອນ​ກໍ​ລະ​ນີ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ

2020-06-29 16:50:48 cri

ຕາມ​ຂ່າວCRI: ວັນ​ທີ 27 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທິມ​ງານ​ການ​ແຂ່ງ​ຂັນ​ ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່າ​ນ​ໂດ​ນານ ທ​ຣຳ​ໄດ້​ເລື່ອນ​ເວ​ລາ​ຈັດ​ກິດ​ຈະ​ກຳ​​ແຂ່ງ​ຂັນ​​ຢູ່ລັດອາ​ຣີ​ໂຈ​ນາ​ແລະ​ລັດຟ​ຣໍ​ຣີ​ດາ, ຍ້ອນ 2 ລັດ​ດັ່ງ​ກ່າວ​ລ້ວນ​ແຕ່​ມີ​ຈຳ​ນວນ​​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ.

 

ໃນ​ກອງ​ປະ​ຊຸມ​ຂ່າວຫຼ້າ​ສຸດ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ທຳ​ນຽບ​ຂາວ​, ທ່ານໄມຄ ເປນສ໌​, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ​ອາ​ເມ​ຣິ​ກາ​ໄດ້​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ໂຄວິດ-19  ໄວ້​ໄດ້ຢ່າງ​ສຳ​ເລັດ​ຜົນ, ໄດ້​ຈັງ​ຫວະ​ເພີ່ມ​ຂຶ້ນ​ຂອງ​ຈຳ​ນວນ​​ຜູ້​ເປັນ​ພະ​ຍາດຊ້າ​ລົງ, ແຕ່​ວ່າ​ກໍ່​ແມ່ນ​ມື້​ນັ້ນ, ​ຢູ່​ຫຼາຍ​ບ່ອນຂອງ​ອາ​ເມ​ຣິ​ກາ​ໄດ້​ມີ​ສະ​ຖິ​ຕິ​ສູງ​ສຸດ​ຂອງ​ການ​ເພີ່ມ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດໃໝ່​ສະ​ເລ່ຍ​ຕໍ່​ມື້. ສະ​ຖິ​ຕິ​ຂອງໜ່ວຍ​ງານ​ພິ​ເສດກ່ຽວ​ກັບພະ​ຍາດ​ໂຄວິດ-19 ຂອງ​ທຳ​ນຽບ​ຂາວ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດກຳ​ລັງ​ໄວຂຶ້ນ, ໂດຍ​ສ​ະ​ເພາະຢູ່ເຂດ​ທີ່​ມີ​ປະ​ກອນ​ຫຼາຍ​ຂອງ​ລັດ​ຕ່າງໆ​ທີ່​ຢູ່​ພາກ​ໃຕ້​ອາ​ເມ​ຣິ​ກາ.

 

 

ຄຳ​ເຫັນ

0