莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳຫຼວດ​ຮົງ​ກົງ​ກັກ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ໃນການ​ໂຮມ​ຊຸມ​ນຸມ​ຢ່າງ​ຜິດ​ກົດ​ໝາຍ 53 ຄົນ

2020-06-29 14:33:08 cri

ວັນ​ທີ 28 ມິ​ຖຸ​ນານີ້, ຕຳຫຼວດ​ຮົງ​ກົງ​ແຈ້ງ​ໃຫ້​ຮູ້​ວ່າ: ມື້​ດຽວ​ກັນ ຕຳ​ຫຼວດ​ຮົງ​ກົງ​ໄດ້​ກັກ​ຕົວ​ຜູ້​ຕ້ອງ​ສົງ​ໄສ 53 ຄົນ ທີ່​ຖືກ​ສົງ​ໄສ​ໂຮມ​ຊຸມ​ນຸມ​ຢ່າງ​ຜິດ​ກົດ​ໝາຍ​​ຢູ່​ແຖວ​ປ້າຍ​ລົດ​ໄຟ​ໃຕ້​ດິນ​ໂຈ​ຕຸ່ນ​ຫາ​ວອງ​ກົກ.

ຕຳຫຼວດ​ກ່າວ​ວ່າ: ເລີ່ມ​ແຕ່​​ເວ​ລາປະ​ມານ 15 ໂມງ​ຂອງວັນ​ທີ 28 ມິ​ຖຸ​ນາ, ຢູ່​ແຖວ​ປ້າຍ​ລົດ​ໄຟ​ໃຕ້​ດິນ​ໂຈ​ຕຸ່ນ​ຫາ​​ວອງ​ກົກ ມີ​ຝຸງ​ຄົນ​ແຫ່​ຂະ​ບວນ, ໃນ​​ເວ​ລາ​ນັ້ນ ​ຍັງມີ​ຄົນ​ຍ່າງ​ເຂົ້າ​ທາງ​ລົດ​ແລະ​ຮ້ອງ​ຄຳ​ຂວັນ. ຝ່າຍ​ຕຳຫຼວດ​ໄດ້​ກ່າວ​ເຕືອນຫຼາຍ​ເທື່ອ​ຕໍ່​ຝຸງ​ຄົນ​ດັ່ງ​ກ່າວ ແຕ່​ເຂົາ​ເຈົ້າ​​ປະ​ຕິ​ເສດ​ແລະບໍ່​ໜີ​ໄປ​ຕາມ​ຄຳ​ສັ່ງ​ຂອງ​ຕຳຫຼວດ. ເວ​ລານັ້ນ ຍັງ​ມີ​ຄົນ​ຍູ້​ຕຳ​ພວກ​ຕຳຫຼວດ. ຫຼັງ​ຈາກນັ້ນ, ຝ່າຍ​ຕຳຫຼວດ​ໄດ້​ໃຊ້​ມາດ​ຕະ​ກາດ​ກັກ​ຕົວ, ປັດ​ຈຸ​ບັນ​ໄດ້​ກັກ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ການ​ຕ້ອງ​ໂທດ 53 ຄົນ.

ຄຳ​ເຫັນ

0