秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທັດສະນະຂອງສື່ມວນຊົນລາວຕໍ່ການແກ້ໄຂບັນຫາຮົງກົງ

2020-06-29 16:55:19 cri

图片默认标题_fororder_123

ຫວ່າງບໍ່ດົນມານີ້, ທ່່ານ ສູນທອນ ຄັນທະວົງ ຜູ້ອໍານວຍການ ສໍານັກຂ່າວສານປະເທດລາວ ໃຫ້ກຽດສໍາພາດຕໍ່ນັກຂ່າວ CRI ກ່ຽວກັບການສ້າງກົດໝາຍຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ ເຂດບໍລິຫານພິເສດຮົງກົງ ເນື່ອງໃນໂອກາດວັນທີ່ມີຄວາມໝາຍຄວາມສໍາຄັນ ກໍ່ຄືວັນຄົບຮອບການສ້າງຕັ້ງພັກກອມມູນິດຈີນ.

ທ່ານ ສູນທອນ ໄດ້ສະແດງຄວາມຄິດເຫັນ ແລະຕີລາຕາສູງຕໍ່ຜົນສໍາເລັດຂອງພັກກອມມູນິດຈີນ ລວມທັງການແກ້ໄຂບັນຫາຂອງຮົງກົງ ທີ່ສະພາປະຊາຊົນແຫ່ງຊາດຈີນໄດ້ອອກຮ່າງມະຕິກ່ຽວກັບການສ້າງ ແລະປັບປຸງລະບຽບກົດໝາຍ ແລະກົນໄກບັງຄັບໃຊ້ກົດໝາຍ ເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດຂອງເຂດບໍລິຫານພິເສດຮົງກົງ ເຊິ່ງການອອກນະໂຍບາຍຄັ້ງນີ້ ມັນມີຄວາມຊອບທໍາ, ສົມເຫດສົມຜົນ ແລະເປັນການຕັດສິນໃຈທີ່ຖືກຕ້ອງຕາມກົດໝາຍ. ການອອກກົດໝາຍຄັ້ງນີ້ ແມ່ນເພື່ອສ້າງຄວາມສົມດູນ ເພາະໃນໄລຍະຫຼັງມານີ້ ໂດຍສະເພາະປີຜ່ານມາ ໄດ້ເກີດຄວາມວຸ່ນວາຍຂຶ້ນຢູ່ໃນເຂດຮົງກົງ, ເມື່ອເປັນແນວນັ້ນ, ການອອກກົດໝາຍໃນຄັ້ງນີ້ ແມ່ນເພື່ອພັດທະນາຮົງກົງຕາມຂອບ “ໜຶ່ງປະເທດສອງລະບອບ”. ສະນັ້ນ, ເຫັນວ່າເພື່ອສ້າງໃຫ້ຮົງກົງມີຊີວິດຊີວາຄືນໃໝ່ ແລະເຮັດໃຫ້ມັນມີຄວາມສະຫງົບ ເພາະວ່າຢູ່ໃນສັງຄົມໃດກໍ່ຕາມ ຫາກບໍ່ມີຄວາມສະຫງົບແລ້ວ ແນ່ນອນການພັດທະນາ, ຄວາມຢູ່ດີກິນດີຂອງປະຊາຊົນນັ້ນ ມັນກໍ່ຢູ່ຍາກ ແລະບໍ່ເປັນການພັດທະນາທີ່ແທ້ຈິງ. ດັ່ງນັ້ນ, ທ່ານ ສູນທອນໄດ້ສະຫຼຸບ ແລະຕີລາຄາສູງວ່າ ສະພາປະຊາຊົນແຫ່ງຊາດຈີນ ໄດ້ຜ່ານກົດໝາຍເຫຼົ່ານີ້ແມ່ນເລື່ອງທີ່ຖືກຕ້ອງທີ່ສຸດ, ເພາະການປະຕິບັດກົດໝາຍຂອງປະເທດ ແມ່ນນໍານາດອະທິປະໄຕ ແລະແມ່ນໜ້າທີ່ຂອງປະຊາຊົນຈີນທີ່ຕ້ອງໄດ້ມີການປົກປ້ອງ.

ຄຳ​ເຫັນ

0