莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຸດ​ເວ​ລາ​ທີ່​ປະ​ກົດ​ເຫັນ​ຜູ້​ຕິດພະ​ຍາດ​ໂຄວິດ-19​ ຄົນ​ທຳ​ອິດໃນຫຼາຍ​ປະ​ເທດ ອາດ​ຈະ​ຢູ່​ກ່ອນ​ເວ​ລາ​ທີ່​ປະ​ກາດ​ໃນ​ປັດ​ຈຸ​ບັນ​ນັ້ນ​ຢ່າງຫຼວງຫຼາຍ

2020-06-29 14:31:57 cri

ຕາມ​ໜັງ​ສື​ພິມ “ຕ້າ​ກົ່ງ​ປ້າວ”ຮົງ​ກົງ​ຈີນ​ລາຍ​ງານ​ໃນ​ວັນ​ທີ 28 ມິ​ຖຸ​ນານີ້​ວ່າ: ຄຽງ​ຄູ່​ກັບ​ການ​ຄົ້ນ​ຄວ້າ​​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ກ້າວ​ສູ່​ລວງ​ເລິກ​ຢ່າງບໍ່​ຢຸດຢັ້ງ, ສະ​ພາບ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ໃນຫຼາຍ​ປະ​ເທດ ​ອາດ​ຈະ​ມີ​ການ​ປ່ຽນ​ແປງ ເຊິ່ງ​ຈຸດເວ​ລາ​ທີ່​ປະ​ກົດ​​ເຫັນ​ມີ​ຄົນ​ເຈັບຫຼື​ເວ​ລາ​ທີ່​ເລີ່ມ​​ເກີດ​ມີ​ການແຜ່​ລະ​ບາດໃນ​ທ້ອງ​ຖິ່ນ​ແຫ່ງ​ນັ້ນ ອາດ​ຈະ​ຢູ່​​ກ່ອນເວ​ລາ​ທີ່​ປະ​ກາດ​ໃນ​ປັດ​ຈຸ​ບັນນັ້ນ​ຢ່າງຫຼວງຫຼາຍ.

ວັນ​ທີ 15 ພຶດ​ສະ​ພາ, ທ່ານ​ກາ​ໂຕະ ກາ​ຊູ​ໂນ​ປູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຍີ່​ປຸ່ນ​ກ່າວ​ວ່າ: ໃນ​ຕົວ​ຢ່າງ​ເລືອດ 500 ສະ​ບັບ​ຂອງ​ຕົ້ນ​ປີ​ 2019 ນີ້, ສະ​ພາ​ກາ​ແດງ​ຍີ່​ປຸ່ນ​ໄດ້​ກວດ​ພົບ​ເຊື້ອ​ໄວ​ຣັດ​ໂຄວິດ-19 ເປັນ​ຜົນ​ບວກ 2 ສະ​ບັບ.

ວັນ​ທີ 26 ມິ​ຖຸ​ນານີ້, ນັກ​ໄວ​ຣັດ​ວິ​ທະ​ຍາ​ຂອງ​ແອ​ສ​ປາຍ​ໄດ້​ພົບ​ເຫັນ​ເຊື້ອ​ໄວ​ຣັດ​ໂຄວິດ-19 ໃນ​ຕົວ​ຢ່າງ​ນ້ຳ​ເສຍທີ່​ເກັບ​ກຳ​ໃນ​ເດືອນ​ມີ​ນາ​ປີ 2019, ເຊິ່ງ​ໄວ​ກ່ອນ​ທີ່ຈີນ​ລາຍ​ງານ​ພົບ​ເຫັນ​ຜູ້​ຕິດ​ພະ​ຍາດ​ໂຄວິດ-19 ຄົນ​ທຳ​ອິດ 9 ເດືອນ.

ຕົ້ນ​ເດືອນ​ພຶດ​ສະ​ພານີ້, ທ່ານ​ມີ​ແຊວ ເມນ​ຮາມ ເຈົ້າ​​ເມືອງເບ​ເລ​ວິນນະ​ຄອນ​ເອ​ເຊັ​ກ​ສ​ລັດ​ນິວ​ເຈ​ຊີ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ​ຕາມບົດ​ລາຍ​ງານ​ກາ​ນ​ວັດ​ແທກ​ທີ່​ເມືອງ​ຊັນ​ຕາ​ເຄີ​ລາ​ຣາ​ຂອງ​ລັດ​ກາ​ລີ​ໂຟ​ເນຍ​ອາ​ເມ​ຣິ​ກາ​ເຜີຍ​ແຜ່​ໃນ​ທ້າຍ​ເດືອນ​ເມ​ສາ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ວັນ​ທີ 6 ກຸມ​ພາ ເມືອງ​ດັ່ງ​ກ່າວກໍ່​ມີ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ໂຄວິດ-19 ແລ້ວ. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໂຄວິດ-19 ອາດ​ຈະ​ເລີ່ມແຜ່​ລະ​ບາດ​ໃນ​ລັດ​ກາ​ລີ​ໂຟ​ເນຍ​ໃນ​ເດືອນ​ມັງ​ກອນຫຼື​ອາດ​ຈະ​ຢູ່​ກ່ອນ​ເວ​ລານັ້ນ.

ທິມ​ງານ​ຄົ້ນ​ຄວ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແລະ​ສະ​ຖາ​ບັນ​ຂອງ​ອັງ​ກິດ​ໄດ້​ວິ​ເຄາະ​ຂໍ້​ມູນ​ແຊັນ​ໄວ​ຣັດຫຼາຍກວ່າ 7500 ສະ​ບັບ​ຂອງ​ຜູ້​ຕິດ​ພະ​ຍາດ​ໂຄວິດ-19 ຂອງ​ທົ່ວ​ໂລກ ແລະ​ເຫັນ​ວ່າ: ຕົ້ນ​ກຳ​ເນີດ​ຂອງ​ໄວ​ຣັດ​ໂຄວິດ-19 ເຫຼົ່າ​ນີ້​ມາ​ຈາກ​ທ້າຍ​ປີ 2019, ເຊິ່ງ​ໝາຍ​ຄວາມ​ວ່າ: ພະ​ຍາດ​ໂຄວິດ-19 ອາດ​ຈະ​ເລີ່ມ​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ​ຢ່າງກວ້​າງ​ຂວາງໃນ​ທ້າຍ​ປີ​ກາຍນີ້.

ຄຳ​ເຫັນ

0