徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົມ​ສະ​ຖິ​ຕິແຮງ​ງານ​ອາ​ເມ​ຣິ​ກາ: ຄົນ​ອາ​ເມ​ຣິ​ກາ​ມີ​ເກືອບ​ເຄື່ອງ​ໜຶ່ງ​ບໍ່​ມີ​ວຽກເຮັດອັດ​ຕາ​​ປະ​ຊາ​ກອນ​ຜູ້​ທີ່​ປະ​ກອບ​ອາ​ຊີບຫຼຸດ​ລົງ​ເປັນ 52,8%

2020-06-30 16:24:11 cri

ຕາມ​ຂ່າວCRI:ວັນ​ທີ 29 ມິ​ຖຸ​ນາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ອີງ​ຕາມ​​ຕົວ​ເລກສະ​ຖິ​ຕິຫຼ້າ​ສຸດ​ໃນ​ເດືອນ​ພຶດ​ສະ​ພາ​​ຂອງ​ກົມ​ສະ​ຖິ​ຕິ​ແຮງ​ງານ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ປະ​ຊາ​ກອນ​ທີ່​ໄດ້​ປະ​ກອ​ບ​ອາ​ຊີບ​ໃນ​ເດືອນ​ພຶດ​ສະ​ພາ​ໄດ້​ຫຼຸດ​ລົງ​ເປັນ 52,8%, ກໍ່​ຄື​ໃນ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ອາ​ເມ​ຣິ​ກາ​ມີ 47,2% ບໍ່​ມີ​ວຽກເຮັດ​ງານ​ທຳ​ໃນ​ເດືອນ​ພຶດ​ສະ​ພາແລ້ວ​ນີ້.

 

ອັດ​ຕາ​ຂອງ​ປະ​ຊາ​ກອນ​ຜູ້​ທີ່​ໄດ້​ປະ​ກອບ​ອາ​ຊີບ​ໃນ​ເດືອນ​ມັງ​ກອນ​ປີ 2020 ນີ້​ເຄີຍ​ເປັນ 61,2%, ​ ເຊິ່ງ​ຕົວ​ເລກ​ນີ້​ຢູ່​ໃນລະ​ດັບ​ສູງ​ສຸດ​ແມ່ນ 64,7% ໃນ​ປີ 2000 ນັບ​ແຕ່​ປີ 1948​ເປັນ​ຕົ້ນ​ມາ.。

 

ນັກ​ເສດ​ຖະ​ສາດ​ຄາດ​ຄະ​ເນ​ວ່າ​ອັດ​ຕາ​ການ​ຫວ່າງ​ງານ​ໃນ​ເດືອນ​ມິ​ຖຸ​ນາ​ຈະ​ຫຼຸດ​ລົງ​ເປັນ 12,4%, ຕ່ຳ​ກວ່າ 13,3% ໃນ​ເດືອນ​ພຶດ​ສະ​ພາ. ພາຍ​ຫຼັງ​ອັດ​ນ​ຕາ​ການ​ປະ​ກອບ​ອາ​ຊີບ​ໃນ​ເດືອນ​ພຶດ​ສະ​ພາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບັງ​ເອີນ, ຄຽງ​ຄູ່​ກັບ​​ການ​ເກີດ​ມີຄວາມ​ເປັນ​ຫ່ວງ​ນຳ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ກັບຄືນ​ໃໝ່​ໃນ​ຫຼາຍ​ອາ​ທິດ​ມໍ່ໆ​ມາ​ນີ້​​ຫຼາຍ​ຂຶ້ນ, ການ​ປັບ​ປຸງ​ຕະ​ຫຼາດ​ແຮງ​ງານກໍ່ໄດ້​ຊ້າລົງ. ຈຳ​ນວນ​ຄົນ​ອາ​ເມ​ຣິ​ກາທີ່​ໄດ້​ຮ້ອງ​ຂໍເງິນ​ອຸດ​ໜູນການ​ຫວ່າງ​ງານຫຼາຍກວ່າ​ການ​ຄາດຄະ​ເນເປັນ​ເວ​ລາ 2 ອ​າ​ທິດ​ລຽນ​ຕິດ, ລັດ​ຕ່າງໆ​ລວມ​ທັງ​ລັດ​ເຕ​ຄ​ຊາ​ສ​ແລະ​ລັດ​ຟ​ຣໍ​ຣີ​ດາ​ໄດ້​ຢຸດ​ຕິແຜນ​ການ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່.

 

ຄຳ​ເຫັນ

0