莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ໄຟ​ຟ້າ​ນິວ​ເຄຼຍ​ທີ່​ດຳ​ເນີນ​ງານ​ດົນ​ກວ່າ​ໝູ່​ຂອງ​ຝ​​ຣັ່ງ​ປິດ​ເຄື່ອງ​ປະ​ຕິ​ກອນ​ແຫ່ງ​ສຸດ​ທ້າຍ

2020-06-30 14:08:45 cri

ຕອນ​ບ່າຍ​ວັນ​ທີ 29 ມິ​ຖຸ​ນານີ້, ສະ​ຖາ​ນີ​ໄຟ​ຟ້າ​ນິວ​ເຄຼຍ​ເຟ​ເຊເນັມທີ່​ດຳ​ເນີນ​ງານ​ດົນ​ກວ່າ​ໝູ່​ໃນ​ປັດ​ຈຸ​ບັນ​ຝ​ຣັ່ງ ໄດ້​ປິດ​ເຄື່ອງ​ປະ​ຕິ​ກອນ​ແຫ່ງ​ສຸດ​ທ້າຍ.

ສະ​ຖາ​ນີໄຟ​ຟ້າ​ນິວ​ເຄຼຍ​ເຟ​ເຊເນັມ​ມີ​ເຄື່ອງ​ປະ​ຕິ​ກອນ​ສອງ​ແຫ່ງ, ​ເຊິ່ງເຄື່ອງ​ປະ​ຕິ​ກອນ​ເລກ 1 ໄດ້​ປິດ​ໃນ​ເດືອນ​ກຸມ​ພາ​ປີນີ້​ແລ້ວ. ຕາມ​ແຜນ​ການ​ເດີມ, ເຄື່ອງ​ປະ​ຕິ​ກອນ​ເລກ 2 ຈະ​ເລີ່ມ​ປິດ​ໃນ​ກາງ​ຄືນ​ວັນ​ທີ 29 ມິ​ຖຸ​ນາ, ແຕ່​ບໍ​ລິ​ສັດ​ໄຟ​ຟ້າ​ຝ​ຣັ່ງ​ທີ່​ເປັນ​ຝ່າຍ​ທຸ​ລະ​ກິດ​ສະ​ຖາ​ນີ​ໄຟ​ຟ້າ​ນິວ​ເຄຼຍ​ແຫ່ງນີ້​ໄດ້​ປະ​ກາດ​ວ່າ​ເລີ່ມ​ຕົ້ນ​ຂັ້ນ​ຕອນ​ການ​ປິດ​ກ່ອນ​ເວ​ລາ​ກຳ​ນົດ.

ສະ​ຖາ​ນີໄຟ​ຟ້າ​ນິວ​ເຄຼຍ​ເຟ​ເຊເນັມ​ເລີ່ມ​ດຳ​ເນີນ​ງານ​ໃນ​ປີ 1977, ​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ສາມ​ປະ​ເທດ​ເຊັ່ນ​ຝ​ຣັ່ງ ເຢຍ​ລະ​ມັນ ແລະ​ສະ​ວິ​ສ, ແມ່ນ​ສະ​ຖາ​ນີ​ໄຟ​ຟ້າ​ນິວ​ເຄຼຍ​ທີ່​ເຮັດ​ວຽກ​ດົນ​ກວ່າ​ໝູ່​​ຂອງຝ​ຣັ່ງໃນ​ປັດ​ຈຸ​ບັນ​, ​ແລະໄດ້​ເຮັດ​ວຽກ​ກາຍ​ເວ​ລາ​ກຳ​ນົດ 3 ປີ​ແລ້ວ.

ລັດ​ຖະ​ບານ​ຝ​ຣັ່ງ​ເຄີຍ​ກ່າວ​ວ່າ, ການ​ປິດສະ​ຖາ​ນີໄຟ​ຟ້າ​ນິວ​ເຄຼຍ​ເຟ​ເຊເນັມ ແມ່ນ​ບາດ​ກ້າວ​ທຳ​ອິດ​ໃນ​ຍຸດ​ທະ​ສາດ​ທີ່​​ປັບ​ປຸງ​ໂຄງ​ປະ​ກອບ​ພະ​ລັງ​ງານ​​ໃຫ້ສະ​ໝ່ຳ​ສະ​ເໝີ​ຄືນ​ໃໝ່​ຂອງ​ຝ​ຣັ່ງ. ປັດ​ຈຸ​ບັນ, ຝ​ຣັ່ງ​ແມ່ນ​ປະ​ເທດ​ທີ່​ໃຊ້​ໄຟ​ຟ້າ​ນິວ​ເຄຼຍຫຼາຍກວ່າ​ໝູ່​ໃນ​ທົ່ວ​ໂລກ, ໄຟ​ຟ້າ​ປະ​ມານ 70% ແມ່ນ​ມາ​ຈາກ​ໄຟ​ຟ້າ​ນິວ​ເຄຼຍ. ລັດ​ຖະ​ບານ​ຝຣັ່ງ​ຫວັງ​ຢາກ​ເພີ່ມ​​ອັດ​ຕາ​ສ່ວນ​ຂອງ​ໄຟ​ຟ້າ​ພະ​ລັງ​ງານ​ອື່ນໆ​ທີ່​ເກີດ​ໃໝ່​ໄດ້, ສະ​ນັ້ນ​ຈຶ່ງຫຼຸດ​ອັດ​ຕາ​ສ່ວນ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ນິວ​ເຄຼຍ​ໃຫ້​ລົງ​ຮອດ 50%.

ຄຳ​ເຫັນ

0