徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສອບ​ເສັງເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ປີ2020ປັກ​ກິ່ງ​ຈະ​ເພີ່ມ​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດ້ານ​ສາ​ທາ​ລະ​ນະ​ສຸກ

2020-06-30 16:25:47 cri

ຕາມ​ຂ່າວCRI:ວັນ​ທີ 29 ມິ​ຖຸ​ນາ​ນີ້, ນັກ​ຂ່າວ​ໄດ້​ຮັບ​ຊາບ​ຈາກກອງ​ປະ​ຊຸມ​ຂ່າວກ່ຽວ​ກັບ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ທີ່​ຈັດ​ຂຶ້ນ​ໂດຍ​ອົງ​ການ​ປົກ​ຄອງ​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ, ເວ​ລາ​ຈັດ​ການ​ສອບ​​ເສັງເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ນະ​ຄອນ​ຫຼວງປັກ​ກິ່ງ​ປີ 2020 ຈະ​ເລີ່ມ​ຂຶ້ນ​ແຕ່ວັນ​ທີ 7 ຫາ​ວັນ​ທີ 10 ກໍ​ລະ​ກົດ​ໜ້າ​, ເຊິ່ງ​ຈະ​ດຳ​ເນີນ​ເປັນ​ເວ​ລາ  4 ວັນ.

 

ຈຳ​ນວນນັກ​ຮຽນ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ສອບ​​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລທີ່​ເປັນເອ​ກະ​ພາບຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງປີ 2020 ບັນ​ລຸ 49225 ຄົນ. ປີ​ນີ້​ຫ້ອງ​ເສັງ​ແຕ່​ລະ​ບ່ອນ​ໃນ​ປີ​ນີ້​ຈະ​ໃຫ້​ນັ່ງ​ແຕ່ 20 ຄົນ​ໜ້ອຍກວ່າ​ທຸກ​ປີ ຜ່ານ​ມາ​ທີ່​ເປັນ 30 ຄົນ​. ແຕ່​ລະ​ໂຮງ​ຮຽນ​ທີ່ມີ​ຫ້ອງ​​​ເສັງຕ້ອງ​ຈະ​ຈັດ​ວາງ​ບ່ອນ​ແສງ​ສຳ​ຮອງ 1 ຫາ 3 ບ່ອນ, ແລະ​ຕ້ອງ​ຈັດ​ໃຫ້​ມີ​ເຈົ້າ​ໜ້າ​ທີ່​ປະ​ຈຳ​ບ່ອນ​ເສັງ​ທີ່ມາ​ຈາກ​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ຄວບ​ຄຸມ​ພະ​ຍາດ, ເພື່ອ​ແກ້​ໄຂ​ບັນ​ຫາ​ດ້ານ​ການ​ປ້ອງ​ກັນແລະ​ຄວບ​ຄຸມ​ ​ພະ​ຍາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ບ່ອນ​ສອບ​ເສັງໃນ​ໄລ​ຍະ​ຈັດ​ການ​​ແສງ. ພະ​ນັກ​ກ​ງານ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ການ​ສອບ​ເສັງ​ຕ້ອງຮັບ​ການກວດ​ເຊື້ອ​ໄວ​ຣັດ​ເພື່ອ​ເປັນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ມ​າດ​ຕະ​ຖານ​ປ້ອງ​ກັນ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ.

ຄຳ​ເຫັນ

0