徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ​ລະ​ຫວ່າງ​ສະ​ຫະ​ພາບເອີ​ຣົບ-ອັງ​ກິດ

2020-06-30 16:25:18 cri

ຕາມ​ຂ່າວCRI: ​ຕອນ​ເຊົ້າ​ວັນ​ທີ 29 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເດ​ວິດ ຟ​ຣໍ​ສ, ຫົວ​ໜ້າການ​ເຈ​ລະ​ຈາ​ຂອງ​ອັງ​ກິດ​ໄດ້​ເດີນ​ທາງ​ໄປຮອດ​ນະ​ຄອນ​ຫຼວງບ​ຣຸກ​ແຊນ​ຂອງ​ແບນ​ຊິກ, ເພື່ອພົບ​ປະ​ກັບ​ທ່ານ​ມິ​ເຊນ ບາ​ນີ​ເອນ, ​ຫົວ​ໜ້າການ​ເຈ​ລະ​ຈາ​​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ​ລະ​ຫວ່າງສະ​ຫະ​ພາບ​ເອີ​ຣົບ-ອັງ​ກິດ.

 

ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍ​ຫຼັງ​ການ​ເຈ​ລະ​ຈາ​ຮອບ​ທີ 4 ກ່ຽວ​ກັບ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ​ລະ​ຫວ່າງ​ເອີ​ຮົບ-ອັງ​ກິດສິ້ນ​ສຸດ​ລົງ, ທ່ານ​ມິ​ເຊນ ບາ​ນີ​ເອນ, ​ກ່າວ​ ວ່າ, ການ​ເຈ​ລະ​ຈາ​ບໍ່​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້. ສະ​ນັ້ນ, ຜູ້​ນຳ​ຂອງ​ 3 ອົງ​ການ​ໃຫຍ່​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຈັດ​ກອງ​ປະ​ຊຸມ​ທາງວິ​ດີ​ໂອ​ກັບ​ທ່ານໂບ​ຣິ​ສ ໂຈ​ໂຊນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້, ໄດ້​ສະ​ແດງຄວາມ​ປະ​ຖາ​ນາ​ຂອງ​ທັງ​ສອງ​ຝ່າຍກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ໃນ​ເດືອນ​ກໍ​ລະ​ກົດ, ​ແລະ​ໄດ້​ຢືນ​ຢັນວ່າ​ອັງ​ກິດ​ຈະ​ບໍ່​ສະ​ແຫວງ​ຫາການ​ແກ່​ຍາວ​​ເວ​ລາ​ຂອງ​ໄລ​ຍະ​ຂ້າມຜ່ານ​​ຫຼັງ​ຈາກວັນ​ທີ 31 ເດືອນ​ທັນ​ວາ​ປີ 2020 ນີ້​ເປັນ​ຕົ້ນ​ໄປ.

 

ກ່ຽວ​ກັບ​ການ​ເຈ​ລະ​ຈາ​ໃນ​ຕໍ່​ໜ້າ​ນີ້, ຝ່າຍ​ຕ່າງໆ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​​ບັນ​ລ​ຖຫຼັກ​ໝັ້ນ​ເປັນ​ເອ​ກະ​ພາບ​ກັນ. ​ໂດຍຄອງ​ຄອຍ​ການ​ເຈ​ລະ​ຈາ​ຈະ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້​ໃນ​ຫົວ​ຂໍ້​ຫຼັກ​ຕ່າງໆ, ແຕ່​​ຈະບໍ່​ສະ​ຫຼຼະ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ​ຂອງ​ຕົນ​ເພື່ອ​ບັນ​ລຸ​ສັນ​ຍາ​ໃດ​ໜຶ່ງ.

ຄຳ​ເຫັນ

0