黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄມ ພົມ​ແພວ​ແມ່ນ​ຜູ້​ທຳ​ລາຍ​ການ​ຮ່ວມ​ມືສາກົນເພື່ອຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-06-30 16:19:02 cri

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໄມ ພົມ​ແພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອາ​ເມ​ຣິ​ກາ​ ຜູ້​ມີ​ແຕ່​ຄຳ​ຫຼອກ​ລວງ ​ໄດ້ໃສ່​ຮ້າຍ​ປ້າຍ​ສີ​ຈີນອີກ​ວ່າ: ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ໃຫ້ກັບ​ອາ​​ຟ​ຣິກາ​ແມ່ນ “ຄຳ​ໝັ້ນ​ສັນ​ຍາທີ່​ຫວ່າງ​ເປົ່າ”, ແລະ​ຕຳ​ໜິ​ຜົນສຳເລັດ​ຂອງ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝພິ​ເສດ​​ຈີນ-​ອາ​ຟ​ຣິ​ກາເພື່ອສາ​ມັກ​ຄີ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ແມ່ນໃຜກັນ​ແທ້​ທີ່​ເປັນ​ເພື່ອນມິດທີ່​ແທ້​ຈິງ​ຂອງ​ອາ​ຟ​ຣິ​ກາ, ແມ່ນໃຜກັນແທ້ທີ່​ໃຫ້ “​ເຊັກ​​ເດ້ງ” ໃນ​ການ​ຊ່ວຍ​ເຫຼືອ​ອາ​ຟ​ຣິ​ກາ, ປະ​ຊາ​ຊົນ​ອາ​ຟ​ຣິ​ກາ​​ເຂົ້າ​ໃຈ​ເລື້ອງນີ້ໄດ້ເປັນ​ຢ່າງ​ດີ​. ພາຍ​ຫຼັງ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ອາ​ຟ​ຣິ​ກາ​ແລ້ວ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງວ່ອງ​ໄວ ລວມ​ທັງ​ມອບ​ເຄື່ອງ​ອຸ​ປະ​ກອນ​ປິ່ນ​ປົວ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່ 50 ກວ່າ​ປະ​ເທດ​ອາ​ຟ​ຣິ​ກາ​ ແລະ ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ, ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ໄປ 11 ປະ​ເທດ, ຈັດ​ກອງ​ປະ​ຊຸມ​ຜູ້​ຊ່ຽວ​ຊານ​ທາງວິ​ດີ​ໂອ 30 ກວ່າ​ເທື່ອ ແລະ ​ຈັດ​ຊຸດ​ອົບ​ຮົມ​ປະ​ເພດ​ຕ່າງໆ​ເກືອບ 400 ເທື່ອ, ໜ່ວຍຊ່ຽວ​ຊານ​ແລະ​ແພດ​ໝໍ​ຈີນ 46 ໜ່ວຍ​ທີ່​ປະ​ຈຳ​ອາ​ຟ​ຣິ​ກາ​ເປັນເວລາຍາວນານ​ກໍ​ໄດ້​ເຮັດ​ວຽກ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຕັ້ງ​ໜ້າ.

ໃນ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝພິ​ເສດ​​ຈີນ-​ອາ​ຟ​ຣິ​ກາ​​ ເພື່ອສາ​ມັກ​ຄີ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ພາຍ​ຫຼັງ​ວັກ​ແຊງປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຄົ້ນ​ຄວ້າ​ຜະ​ລິດ​ອອກ​ມາ​ແລະ​ລົງ​ນຳ​ໃຊ້ຕົວຈິງ​ແລ້ວ, ຈະໃຫ້ບຸລິມະສິດແກ່ປະ​ເທດ​ອາ​ຟ​ຣິ​ກາ​ນຳໃຊ້​ກ່ອນໝູ່, ຈະຍົກ​ເວັ້ນ​ເງິນ​ກູ້​ທີ່​ບໍ່​ມີ​ດອກ​ເບັ້ຍ​ຂອງ​ປະ​ເທດ​ອາ​ຟ​ຣິ​ກາ​ທີ່​ກູ້ຢືມ​ຈາກ​ຈີນ​ທີ່​ຈະ​ໝົດ​ອາ​ຍຸ​ກ່ອນ​ທ້າຍ​ປີ 2020 ພາຍ​ໃຕ້​ຂອບ​​ເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ ​ແລະ​ອື່ນໆ. ມາດ​ຕະ​ການ​ທີ່​ແທ້​ຈິງ​ເຫຼົ່າ​ນີ້, ແມ່ນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຈິງ​ໃຈ​ຂອງ​ຈີນ​ທີ່​ສະ​ໜັບ​ສະ​ໜູ​ນ​ອາ​ຟ​ຣິ​ກາ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ແລະ ​ເຮັດ​ໃຫ້​ເສດ​ຖະ​ກິດສາມາດ​ຟື້ນ​ຕົວ​ຄືນ​ໃໝ່, ເຊິ່ງໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ເພື່ອນມິດ​ອາ​ຟ​ຣິ​ກາ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ເມື່ອທຽບ​ໃສ່​ການ​ກະ​ທຳ​ຂອງ​ຈີນ​ແລ້ວ, ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ທ່ານ ໄມ ​ພົມ​ແພວ​ໄດ້​ກ່າວມາ​ຫຼາຍ​ເທື່ອ​ແລ້ວ​ວ່າຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຄົມ​ໂລກ​ໃນ​ການ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ແຕ່ຂ່າວ​ສານ AP ອາ​ເມ​ຣິ​ກາ​ໄດ້​ລາຍ​ງານຂ່າວ​​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ​, ອົງ​ການ​ຊ່ວຍ​ເຫຼືອ​ສາ​ກົນ 20 ກວ່າ​ແຫ່ງ​ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ, ເນື້ອໃນຈົດໝາຍລະບຸວ່າ: “ກາ​ນ​ຊ່ວຍ​ເຫຼືອ​ທາງມະ​ສຸດ​ສະ​ທຳ​ຈາກ​ອາ​ເມ​ຣິ​ກາ​ເ​ພື່ອ​ໃຊ້​ໃນ​ການ​ຕ້ານ​ກັບ​ພະຍາດ​ແມ່ນມີໜ້ອຍ​ທີ່​ສຸດ​ ຫຼື​ວ່າ ​ເກືອບບໍ່ມີ​ເລີຍ.” ​ຫຼາຍປະ​ເທດ​ໃນອາ​ຟ​ຣິ​ກາ​ກໍ່ໄດ້ກ່າວວ່າ ​ບໍ່​ເຄີຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ເຄື່ອງ​ອຸ​ປະ​ກອນ​ປິ່ນ​ປົວ​ທີ່ອາເມຣິກາກ່າວວ່າຈະມອບໃຫ້ເປັນຈຳນວນ​ຫຼວງ​ຫຼາຍ.

“ອາ​ຟ​ຣິ​ກາ​ແລະ​ຈີນ​ທັງ​ເປັນ​ເພື່ອນມິດ, ທັງ​​ເປັນ​ເພື່ອນ​ຮ່ວມ​ຮົບ​ໃນ​ການຕ້ານ​ກັບ​ພະຍາດ, ບໍ່​ມີ​​ເລື່ອງ​ໃດທີ່​ສາ​ມາດ​ປ່ຽນ​ແປງ ​ຫຼື​ ທຳ​ລາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ອາ​ຟ​ຣິ​ກາ​ກັບ​ຈີນ​ໄດ້.”ຖ້ອຍ​ຄວາມທີ່​ເດັດດ່ຽວ​ຂອງ​ທ່ານ​ມູ​ຊາ ຟະ​ກິ ມະ​ຮະ​ມັດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ ​ກໍຄືສຽງ​ສະ​ທ້ອນຈາກ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ອາ​ຟ​ຣິ​ກາ. ສຳລັບ​ທ່ານ​ໄມ ພົມ​ແພວ​ຄວນເອົາໃຈໃສ່ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19 ທີ່​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ຈະດີກວ່າ, ຖ້າ​ບໍ່​ດັ່ງ​ນັ້ນ, ຄຳ​ເວົ້າຂອງນັກວິເຄາະທີ່ວ່າ “ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອາ​ເມ​ຣິ​ກາ​ທີ່​ຂີ້ຮ້າຍ​​ທີ່​ສຸດ​ໃນ​ປະ​ຫວັດ​ສາດ” ຈະ​ບໍ່ມີວັນສາມາດປ່ຽນແປງໄດ້​ຈົນ​ຕາບເທົ່າ​ໃດໆ.

ຄຳ​ເຫັນ

0