尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະປ້ອງກັນຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນໂດຍບໍ່ເສຍດາຍຄ່າຕອບແທນໃດໆ

2020-06-30 22:07:20 cri

图片默认标题_fororder_微信图片_20200630220435

“ຊີວິດແມ່ນສິ່ງສຳຄັນທີ່ສຸດທີ່ບໍ່ສາມາດປ່ອຍປະລະເລີຍໄດ້, ບາງຄົນກ້າເລືອກເສັ້ນທາງທີ່ລຳບາກທີ່ສຸດເສັ້ນໜຶ່ງ, ບາງຄົນໄດ້ຈັດເອົາຊີວິດເປັນສິ່ງສຳຄັນກວ່າຜົນປະໂຫຍດ”. ຫວ່າງມໍ່ໆມານີ້, ພາຍຫຼັງ “​ແນະນຳການໃຊ້​ເວລາປີ 2020” ທີ່ເປັນວິດີໂອສັ້ນເພື່ອສາທາລະນະປະໂຫຍດກ່ຽວກັບການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງ​ໂລກ ພໍຖືກເຜີຍແຜ່ທາງອິນເຕີເນັດ ກໍມີ​ການ​ຕອບຮັບຢ່າງຄຶກຄັກຈາກປະຊາຄົມໂລກ. ຈາກນີ້, ແນວທາງແລະການເຄື່ອນໄຫວຂອງຈີນທີ່ຖືເອົາປະຊາຊົນສຳຄັນກ່ອນໝູ່ ແລະ ຖືເອົາຊີວິດເປັນສິ່ງສຳຄັນ​ກ່ອນ​ໝູ່ໄດ້ຮັບຄວາມເຫັນດີແລະຍ້ອງຍໍຈາກປະເທດແລະເຂດແຄວ້ນກໍຄືບຸກຄົນສຳຄັນ​ໃນສາກົນນັບມື້ນັບຫຼາຍ.

图片默认标题_fororder_微信图片_20200630220451
 

ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນ​ເຂດມົງໂກໃນ ​ໃນ​​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ​ໂດຍກ່າວເນັ້ນໜັກວ່າ: “ພວກເຮົາສາມາດປ້ອງກັນຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນ ໂດຍບໍ່ເສຍດາຍຄ່າຕອບແທນໃດໆ.” ເມື່ອທົບທວນຄືນຜົນງານດ້ານການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຈີນ, ດ້ວຍຄຳສຳຄັນຄື “ບໍ່ເສຍດາຍຄ່າຕອບແທນໃດໆ” ນີ້ ແມ່ນຄຳໝັ້ນສັນຍາທີ່ໜັກແໜ້ນເຂັ້ມແຂງ, ຍິ່ງແມ່ນການເຄື່ອນໄຫວທີ່ເດັດດ່ຽວໜຽວແໜ້ນ. ຕັ້ງແຕ່ເດັກແດງ(ແອນ້ອຍ)ທີ່ຫາກໍເກີດໄດ້ພຽງ 30 ຊົ່ວໂມງຈົນເຖິງຜູ້ເຖົ້າທີ່ມີອາຍຸ 100 ກວ່າປີ, ຈີນໄດ້ເອົາໃຈໃສ່ກອບກູ້ຊີວິດຂອງຜູ້ເປັນພະຍາດທຸກຄົນ ໂດຍບໍ່ເສຍດາຍຄ່າຕອບແທນໃດໆ; ໄດ້ສຸມກຳລັງທຸກຢ່າງແລະສຸມຄວາມພະຍາຍາມຢ່າງສຸດຂີດເພື່ອຊ່ວຍເຫຼືອແຂວງຫູເປີຍໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ນະຄອນອູຮັ້ນທີ່ມີປະຊາກອນຈຳນວນ 10 ລ້ານກວ່າຄົນໄດ້ປິດເມືອງເປັນການຊົ່ວຄາວ; ລາຍຈ່າຍການປິ່ນປົວທັງໝົດ​ແມ່​ນລັດຖະບານ ​ແລະ ລະບົບປະກັນສຸຂະພາບຈ່າຍ​ໃຫ້​ໝົດ ​ເຊິ່ງສາມາດຫຼຸດອັດຕາການເສຍຊີວິດໃຫ້ຢູ່ໃນລະດັບທີ່ຕ່ຳທີ່ສຸດ; ເພື່ອສະກັດກັ້ນບໍ່ໃຫ້ພະຍາດ​ແຜ່ລະບາດກວ້າງ​ອອກ, ທົ່ວປະເທດໄດ້​ແກ່ຍາວ​ໄລຍະພັກບຸນກຸດຈີນ, ວິສາຫະກິດຈຳນວນໜຶ່ງໄດ້ໂຈະການຜະລິດ, ການເຮັດວຽກ ແລະອື່ນໆເປັນການຊົ່ວຄາວ. ພາຍຫຼັງປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ສູນກາງພັກທີ່ມີສະຫາຍສີຈິ້ນຜິງເປັນແກນນຳ ໄດ້ຕັດສິນໃຈເລືອກເອົາຊີວິດຂອງປະຊາຊົນຢູ່ເໜືອກວ່າຜົນປະໂຫຍດທາງເສດຖະກິດ, ເຖິງວ່າຈະມີຜົນກະທົບທີ່ເຮັດໃຫ້ເສດຖະກິດຕັກຕ່ຳແລະໂຈະການ​ເຄື່ອນ​ໄຫວຊົ່ວຄາວເປັນໄລຍະເວລາໃດໜຶ່ງກໍຕາມ, ແຕ່ກໍຈະເລືອກເອົາຄວາມຮັບຜິດຊອບທີ່ມີຕໍ່ຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນຢ່າງເດັດດ່ຽວ. ນີ້ແມ່ນການຕັດສິນໃຈຂັ້ນເດັດຂາດຂອງພັກກອມມູນິດຈີນແລະລັດຖະບານຈີນ, ​ແມ່ນການຕັດສິນໃຈທີ່ຍຶດໝັ້ນໃນການຖືເອົາປະຊາຊົນເປັນໃຈກາງ ໂດຍບໍ່ມີຄວາມລັ່ງເລໃຈ ແລະ ບໍ່ເສຍດາຍຄ່າຕອບແທນໃດໆ.

图片默认标题_fororder_微信图片_20200630220443

ເມື່ອເບິ່ງຈາກໄລຍະສັ້ນແລ້ວ ພວກເຮົາໄດ້ເສຍຄ່າຕອບແທນທາງເສດຖະກິດແລະສັງຄົມຢ່າງມະຫາສານ, ໃນໄຕມາດທຳອິດຂອງປີນີ້, ເສດຖະກິດໄດ້ປະສົບກັບສະພາບການເຕີບໂຕເປັນໂຕເລກລົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານການຜະລິດແລະການ​ດຳລົງຊີວິດໄດ້ຮັບຜົນກະທົບ. ແຕ່ກໍຄືກັນກັບການເປັນສັກຂີພິຍານຈາກຊາວໂລກທັງຫຼາຍທີ່ເຫັນວ່າ: ອັດຕາການປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດຢູ່ຈີນໄດ້ມີເຖິງ 94,3%, ຈົນລື່ນກາຍອັດຕາສະເລ່ຍຂອງການປິ່ນປົວພະຍາດອັກເສບປອດຈາກ​ໄວຣັດໃຫ້ຫາຍຂາດ. ການຕໍ່ສູ້ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດໄດ້ປະສົບຜົນສຳເລັດທີ່ມີລັກສະນະຍຸດທະສາດອັນໃຫຍ່ຫຼວງ ​ເຊິ່ງກໍ​ຄືໄຊຊະນະຄັ້ງຍິ່ງໃຫຍ່ໃນການຍຶດໝັ້ນໃນການຖືເອົາປະຊາຊົນສຳຄັນກ່ອນໝູ່ແລະຖືເອົາຊີວິດສຳຄັນກ່ອນໝູ່.
 

ປັດຈຸບັນ, ພະຍາດໂຄວິດ-19 ຍັງແຜ່ລະບາດຢູ່ທົ່ວໂລກ, ໜ້າທີ່ໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ການຮັກສາຄວາມໝັ້ນທ່ຽງທາງເສດຖະກິດ ແລະ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຍັງມີຄວາມລຳບາກຫຼາຍ, ຂໍພຽງແຕ່ຍຶດໝັ້ນເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ, ອີງໃສ່ປະຊາຊົນຢ່າງແໜ້ນແຟ້ນ ແລະ ປຸກລະດົມກຳລັງຂອງປະຊາຊົນຢ່າງເຕັມສ່ວນ, ພວກເຮົາກໍ່ຈະສາມາດເຕົ້າໂຮມກຳລັງອັນມະຫາສານທີ່ຈະສາມາດເອົາຊະນະຄວາມຫຍຸ້ງຍາກລຳບາກໄດ້ທັງໝົດ.

ຄຳ​ເຫັນ

0