莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ລາວ​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ວຽກ​ງານ​ການ​ຕ່າງ​ປະ​ເທດ​ໂດຍ​ຜ່ານ​ທາງວິ​ດີ​ໂອ

2020-07-01 14:32:14 CRI

ວັນ​ທີ 30 ມິ​ຖຸ​ນານີ້, ທ່ານ​ໂລ​ຈ້າວ​ຮຸ່ຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ທອງ​ສະ​ຫວັນ ພົງ​ວິ​ຫານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ໄດ້​ຈັດ​ກອງ​ປະ​ຊຸມ​ວິ​ດີ​ໂອ​ເພື່ອ​ປຶກ​ສາ​ຫາ​ລື​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຈີນ-ລາວ, ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ລາວ ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ໂຄວິດ-19 ແລະ​ບັນ​ຫາ​​ທີ່​ສົນ​ໃຈ​ຮ່ວມ​ກັນ, ເຊິ່ງ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ອັນ​ສຳ​ຄັນ.

ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄວາມ​ຄືບ​ໜ້າ​ອັນ​ສຳ​ຄັນ​ໃນ​ດ້ານ​ການ​ພົວ​ພັນ​ສອງ​ປະ​ເທດ​ຈີນ-ລາວ​ແຕ່​ປີ​ກາຍ​ມານີ້, ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ: ທ່ານ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ລາວ​ໄດ້​​ສົນ​ທະ​ນາທາງໂທ​ລະ​ສັບ ແລະ​​ສົ່ງຈົດ​ໝາຍ​ຫາ​ກັນຫຼາຍ​ເທື່ອ, ​ເປັນ​ການ​ຊີ້​ທິດ​​ການ​ເມືອງ​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ. ປີ​ໜ້າ​ແມ່ນ​ຈີນ-ລາວ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ, ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ພັກ​ສອງ​ລັດ​ຈະ​ຕ້ອນ​ຮັບ​ໂອ​ກາດ​ທີ່​ສຳ​ຄັນ​ຄັ້ງໃໝ່. ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ດັບ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ຕາມ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຄື​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ ແລະ​ການ​ຮ່ວມ​ມື​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ລາວ, ເພື່ອ​ຊຸກ​ຍູ້​ໃຫ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ກ້າວ​ຂຶ້ນ​ສູ່​ຂັ້ນ​ໃດ​ໃໝ່​ຢ່າງບໍ່​ຢຸດຢັ້ງ.

ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ເຂັ້ມ​ແຂງ​​ຈາກ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດ, ສະ​ພາບ​ພະ​ຍາດ​ໂຄວິດ-19 ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ລາວ​ໄດ້​ຮັບ​ການ​ຄວບ​ຄຸມ​ໄວ້​ໂດຍ​ພື້ນ​ຖານ. ໃນ​ໄລ​ຍະ​ຕໍ່​ໄປ, ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຊຸກ​ຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ. ສອງ​ຝ່າຍ​ຕົກ​ລົງ​ຈະ​ເປີດ “ທາງ​ຜ່ານ​ໄວ”ໃຫ້​ແກ່​ບຸກ​ຄົນ​ທີ່​ມີ​ຄວາມ​ຈຳ​ເປັນ​ໄປ​​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ປ​ະ​ເທດ.

​ຝ່າຍລາວ​ກ່າວຢ້ຳ​ວ່າ​ຈະ​ເດັດ​ດ່ຽວສະ​ໜັບ​ສະ​ໜູນ​ທິດ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ”, ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ “ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນຈີນ” ທີ່​ຜ່ານ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ 30 ມິ​ຖຸ​ນານີ້, ເຊື່ອ​ໝັ້ນ​ວ່າ ພາຍຫຼັງ​ປະ​ກາດ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ດັ່ງ​ກ່າວ​ແລ້ວ, ຮົງ​ກົງ​ຈະ​ຕ້ອນ​ຮັບ​ອະ​ນາ​ຄົດ​ທີ່​ຈະ​ເລີນ​ໝັ້ນ​ຄົງ​ແລະ​ສວຍ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0