ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເຊົ້າວັນທີ 3 ກໍລະກົດ 2020, ບໍລິສັດທາງລົດໄຟລາວ-ຈີນໄດ້ເປີດພິທີການກໍ່ສ້າງສະຖານນີນະຄອນຫຼວງວຽງຈັນຂອງທາງລົດໄຟລາວ-ຈີນ ຢ່າງເປັນທາງການ, ສະຖານີນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ໃນພິທີ, ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສະແດງຄວາມຊົມເຊີຍ ແລະໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີນະຄອນຫຼວງວຽງຈັນມີເນື້ອທີ່ 150 ເຮັກຕາ, ສະເພາະອາຄານສະຖານີມີເນື້ອທີ 14.543 ຕາແມັດ, ສາມາດຮັບຮອງຜູ້ໂດຍສານຫຼາຍສຸດ 2.500 ຄົນ ແລະເປັນສະຖານີໃຫຍ່ແຫ່ງໜຶ່ງຂອງໂຄງການທາງລົດໄຟລາວ-ຈີນ ແລະຈະມີການເຊື່ອມຕໍ່ກັບສະຖານີຂົນ-ສົ່ງສິນຄ້າ ທີ່ຈະກໍ່ສ້າງຂຶ້ນຢູ່ທາງລົດໄຟທ່ານາແລ້ງ ແລະໃນແຜນຕໍ່ໜ້າຍັງຈະ ສ້າງສະຖານີກັບເສັ້ນທາງລົດໄຟອື່ນໆອີກດ້ວຍ.
ທ່ານ ສ່ຽວຊ່ຽນເຫວິນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຈົ່ງຍຶດໝັ້ນຄຸນນະພາບເປັນຫຼັກ, ຊຸກຍູ້ການດໍາເນິີນການ, ຄຸ້ມຄອງຕາມມາດຕະຖານ, ຮັບປະກັນການກໍ່ສ້າງດ້ວຍຄວາມປອດໄພ ແລະເປັນໄປຕາມຂັ້ນຕອນ.
ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສໍາເລັດ 90% ແລ້ວ ແລະພວມຫັນມາດໍາເດີນການຕ່າງໆທີ່ກ່ຽວຂ້ອງກັບລະບົບເສັ້ນທາງລົດໄຟ ແລະການບໍລິຫານທາງລົດໄຟ.
ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກຕອນເໜືອທີ່ດ່ານຊາຍແດນບໍເຕັນລະຫວ່າງລາວ-ຈີນ ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າແລະຜູ້ໂດຍສານ ແລະຈະເປີດບໍລິການໃນເດືອນທັນວາ ປີ 2021 ຕາມແຜນການ.
ຄຳເຫັນ
0