黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຖອນ​ຕົວ​ອອກ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ​ຢ່າງ​ເປັນ​ທາງ​ການ, ໄດ້​ເດີ​ນ​ຕາມ​ເສັ້ນ​ທາງ​ທີ່​ຝຶນ​ກັບ​ກະ​ແສ​ໂລກ

2020-07-08 20:55:18 cri

ວັນ​ທີ 7 ກໍ​ລະ​ກົດ​ນີ້, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ເມ​ຣິ​ກາທ່ານ​ໜຶ່ງ​ຢືນ​ຢັນ​ວ່າ, ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ວ່າ​ອາ​ເມ​ຣິ​ກາ​ໄດ້​ຖອນ​ຕົວ​ອອກ​ຈາກອົງ​ການ​ອະ​ນາ​ໄມ​ໂລກ ​ຫຼື WHO ຢ່າງ​ເປັນ​ທາງ​ການ​ແລ້ວ. ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ວ່າ: ການ​ຖອນ​ຕົວ​ອອກ​ຈາກ WHO ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 6 ກໍ​ລະ​ກົດ​ປີ 2021. ທ່ານສະ​​ເຕ​ຟານ ດຸຍ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະ​ຫະ​ປະ​ຊາ​ຊາດກ່າວ​ວ່າ​ໄດ້​ຮັບ​ການ​ແຈ້ງ​ການ​ຈາກ​ອາ​ເມ​ຣິ​ກາ​ແລ້ວ.

ຕາມ​ຕົວ​ເລກ​ທີ່ມະຫາວິທະຍາໄລຈອນ ຮອບກິນສ໌ຂອງອາເມຣິກາ​ແຈ້ງວ່າ: ນັບ​ມາ​ຮອດເວ​ລາ 18 ໂມງ​ຂອງວັນ​ທີ 7 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວປະ​ເທດ​ອາ​ເມ​ຣິ​ກາເຖິງ 2.981.602 ກໍ​ລະ​ນີ, ຜູ້ເສຍຊີວິດແລ້ວ ມີເຖິງ 131.248 ຄົນ.

ທ່ານ ​ບອບ ເມ​ເນ​ນະ​ເດ​ສ ສະ​ມາ​ຊິກ​ຄະ​ນະ​ກຳ​ມາ​ທິ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ກ່າວ​ໃນ​ວັນ​ທີ 7 ກໍ​ລະ​ກົດນີ້​ວ່າ: ໃນ​ເວ​ລາ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​​ມີ​ທ່າ​ທີສັບ​ສົນ​ແລະ​ບໍ່​ເປັນ​ເອ​ກະ​ພາບ​ກັນ, ການ​ກະ​ທຳ​ທີ່​ຖອນ​ຕົວ​ອອກ​ຈາກ WHO “ບໍ່​ສາ​ມາດ​ປົກ​ປ້ອງ​ຊີ​ວິດ​ຫຼື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ໄດ້, ຫາກ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເຈັບເປັນ, ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຖືກ​ໂດດ​ດ່ຽວ​ຈາກ​ປະ​ຊາ​ຄົມ​ໂລກ​ແລະ​ບໍ່​ມີ​ໃຜ​ຈະໃຫ້​ການຊ່ວຍ​ເຫຼືອ.”

ພາຍ​ໃຕ້​ສະ​ພາບ​ການ​ທີ່​ປະ​ເທດ​ຕົນ​ບໍ່​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້, ອາ​ເມ​ຣິ​ກາ​ໄດ້​ຖິ້ມ​ໂທດໃ​ສ່​ປະ​ເທດ​ອື່ນ​ ແລະ WHO ​ແຕ່ບໍ່​ໄດ້​ຜົນ​ຫຍັງ​, ​ສະ​ນັ້ນ​ຈຶ່ງ​ຕັດ​ສິນ​ໃຈ​ຖອນ​ຕົວ​ອອກ​ຈາກ WHO, ການ​ກະ​ທຳ​ໃນ​ລັກ​ສະ​ນະ​ນີ້​ແມ່ນ​ຂາດ​ວິ​ໄສ​ທັດ. ບໍ່​ພຽງ​ແຕ່​ເປັນ​ການ​ບັ່ນ​ທອນ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກເທົ່າ​ນັ້ນ, ທັງ​ບໍ່​ມີ​ຜົນ​ດີ​ຕໍ່​ອາ​ເມ​ຣິ​ກາ​ໃນ​ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ພາຍ​ໃນ​ປະ​ເທດ​ຕົນ​ອີກ​ດ້ວຍ.

ພາຍ​ຫຼັງ​ອາ​ເມ​ຣິ​ກາ​​ໄດ້ຖອນ​ຕົວ​ອອກ​ຈາກ​ອົງ​ການ​ອຸຍ​ເນັ​ສ​ໂກ​, ​​ສັນ​ຍາ​ປາ​ຣີ ​ແລະ ​ສະ​ພາ​ສິ​ດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລ້ວ​, ​ເທື່ອ​ນີ້ກໍ​​​ໄດ້ຖອນ​ຕົວ​ອອກ​ຈາກ​ອົງ​ການ​ຈັດ​ຕັ້ງສາ​ກົນ​​ອີກ, ​ເຊິ່ງ​ເປັນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ” ແລະ ອາ​ເມ​ຣິ​ກາ​​​ເດີນ​ດ່ຽວເທື່ອ​ລະ​ກ້າວ. ປະ​ເທດ​ອາ​ເມ​ຣິ​ກາ​ຖອນ​ຕົວ​ອອກ​ຈາກ WTO ແບບ​ນີ້,  ແລະຈະ​ຖອນ​ຕົວ​ອອກ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເວ​ລາ​ໃດ? ​ສຸດ​ທ້າຍ​ກໍ​ຈະຖອນ​ຕົວ​ອອ​ກ​ຈາກ​ໜ່ວຍ​ໂລກ, ພວກ​ເຮົາ​ຈົ່ງ​ອົດ​ທົນລໍ​ຖ້າ​ເບິ່ງ​ຕໍ່​ໄປ.

ຄຳ​ເຫັນ

0