吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານຈີນເຫັນດີໃຫ້ອົງການອະນາໄມໂລກສົ່ງຜູ້ຊ່ຽງຊານມານະຄອນຫຼວງປັກກິ່ງ

2020-07-09 18:52:28 CRI

ວັນທີ 8 ກໍລະກົດນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວຢູ່ນະຄອນຫຼວງປັກກິ່ງວ່າ: ໂດຍຜ່ານການປຶກສາຫາລືກັນ, ລັດຖະບານຈີນເຫັນດີໃຫ້ອົງການອະນາໄມໂລກສົ່ງຜູ້ຊ່ຽວຊານມານະຄອນຫຼວງປັກກິ່ງເພື່ອແລກປ່ຽນ ແລະຮ່ວມມືກັບນັກວິທະຍາສາດ ແລະຜູ້ຊ່ຽວຊານທາງການແພດຈີນກ່ຽວກັບການຮ່ວມມືດ້ານວິທະຍາສາດເພື່ອຊອກຫາແຫຼ່ງກຳເນີດເຊື້ອພະຍາດໂຄວິດ-19.

 

ເມື່ອບໍ່ດົນມານີ້, ອົງການອະນາໄມໂລກໄດ້ປະກາດວ່າຈະສົ່ງຜູ້ຊ່ຽວຊານມາປະເທດຈີນ ເພື່ອຮ່ວມມືກັບຜູ້ຊ່ຽວຊານຈີນໃນການວາງແຜນງານຊອກຫາແຫຼ່ງກຳເນີດເຊື້ອພະຍາດໂຄວິດ-19 ຕາມຫຼັກວິທະຍາສາດ. ທ່ານຈ້າວລີ້ຈ່ຽນໄດ້ຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວໃນມື້ດຽວກັນວ່າ: ການຊອກຫາແຫຼ່ງກຳເນີດເຊື້ອພະຍາດແມ່ນບັນຫາທາງວິທະຍາສາດທີ່ເຄັ່ງຂຶມ ແລະສະຫຼັບສັບຊ້ອນ, ສະນັ້ນ ຄວນຄົ້ນຄວ້າໂດຍນັກວິທະຍາສາດ ແລະຜູ້ຊ່ຽວຊານທາງການແພດ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໃນພິທີເປີດກອງປະຊຸມອະນາໄມໂລກຄັ້ງທີ 73 ວ່າ: ຈີນຈະສືບຕໍ່ສະໜັບສະໜູນນັກວິທະຍາສາດຂອງບັນດາປະເທດເພື່ອດຳເນີນການຄົ້ນຄວ້າກ່ຽວກັບແຫຼ່ງກຳເນີດເຊື້ອພະຍາດ ແລະຊ່ອງທາງການແຜ່ລະບາດ. ຈີນໄດ້ມີສ່ວນຮ່ວມໃນການສະເໜີຍັດຕິຂອງອົງການອະນາໄມໂລກກ່ຽວກັບພະຍາດໂຄວິດ-19, ສະໜັບສະໜູນບັນດາປະເທດສະມາຊິກໃຫ້ດຳເນີນການຮ່ວມມືດ້ານການຄົ້ນຄວ້າແຫຼ່ງກຳເນີດເຊື້ອພະຍາດຈາກສັດພາຍໃຕ້ການນຳພາຂອງອົງການອະນາໄມໂລກ.

 

ທ່ານກ່າວຕື່ມວ່າ: ການຊອກຫາແຫຼ່ງກຳເນີດຂອງເຊື້ອພະຍາດແມ່ນຂະບວນການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ, ຕໍ່ໄປອາດຈະດຳເນີນການຄົ້ນຄວ້າ ແລະການຮ່ວມມືທາງວິທະຍາສາດກັບທົ່ວໂລກຕື່ມອີກ. ທ່ານໄຣອັນ ຫົວໜ້າຜູ້ບໍລິຫານງານວາງແຜນຮັບມືເຫດການສຸກເສີນຂອງອົງການອະນາໄມໂລກກ່າວວ່າ: ການຊອກຫາແຫຼ່ງກຳເນີດເຊື້ອພະຍາດມີຂະບວນການທີ່ສະຫຼັບສັບຊ້ອນທີ່ສຸດ, ຄວນມີທ່າທີເປີດກວ້າງຕໍ່ຄວາມອາດເປັນໄປໄດ້ຕ່າງໆກ່ຽວກັບແຫຼ່ງກຳເນີດເຊື້ອພະຍາດ.

ຄຳ​ເຫັນ

0