吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະຊາຄົມໂລກຕຳໜິຕິຕຽນອາເມຣິກາຖອນອອກຈາກອົງການອະນາໄມໂລກ

2020-07-10 16:21:58 CRI

ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ແຕ່ລັດຖະບານອາເມຣິກາໄດ້ດຳເນີນຂັ້ນຕອນການຖອນອອກຈາກອົງການອະນາໄມໂລກຢ່າງເປັນທາງການ ເຊິ່ງໄດ້ຖືກຕຳໜິຕິຕຽນຢ່າງຮຸນແຮງຈາກປະຊາຄົມໂລກ. ບັນດາຝ່າຍເຫັນວ່າ: ອົງການອະນາໄມໂລກໄດ້ເສີມຂະຫຍາຍບົດບາດທີ່ຂາດບໍ່ໄດ້ໃນການຮັບມືກັບພະຍາດໂຄວິດ-19 ໃນໂລກ, ໃນໄລຍະທີ່ສຳຄັນໃນການຕ້ານກັບພະຍາດ, ການກະທຳຂອງອາເມຣິກາເປັນຫຼັກຖານອີກຢ່າງໜຶ່ງທີ່ລັດຖະບານອາເມຣິກາປະຕິບັດລັດທິຝ່າຍດຽວ ເຊິ່ງບໍ່ພຽງແຕ່ທຳລາຍຄວາມພະຍາຍາມຕ້ານກັບພະຍາດຂອງຕົນເທົ່ານັ້ນ, ຍັງທຳລາຍການຮ່ວມມືຕ້ານພະຍາດຂອງທົ່ວໂລກອີກດ້ວຍ.

 

ວັນທີ 9 ກໍລະກົດນີ້, ທ່ານນາງມາເຣຍ ຊາກາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍຄັດຄ້ານການຫັນການຮ່ວມມືດ້ານສາທາລະນະສຸກສາກົນເປັນບັນຫາການເມືອງ. ການກະທຳຂອງອາເມຣິກາບໍ່ມີລັກສະນະສ້າງສັນ, ອົງການອະນາໄມໂລກຄວນສືບຕໍ່ເສີມຂະຫຍາຍບົດບາດນຳພາ ແລະປະສານງານການຮ່ວມມືດ້ານສາທາລະນະສຸກສາກົນ.

 

ວັນທີ 8 ກໍລະກົດນີ້, ທ່ານເຢນ ສະປານ ລັດຖະມົນຕີກະຊວງສາທາລະນະສຸກເຢຍລະມັນກ່າວວ່າ: ບໍ່ຕ້ອງສົງໄສເລີຍຕໍ່ຄວາມສຳຄັນຂອງອົງການອະນາໄມໂລກ, ການຖອນອອກຈາກອົງການອະນາໄມໂລກຂອງອາເມຣິກາເປັນອຸປະສັກຕໍ່ຂະບວນການຮ່ວມມືສາກົນ.

 

ທ່ານຣີຊາດ ໂຮຕັນ ຫົວໜ້າບັນນາທິການຂອງວາລະສານທາງການແພດຂອງອັງກິດ “The Lancet” ກ່າວວ່າ: ອາເມຣິກາເປັນປະເທດສະມາຊິກທີ່ສຳຄັນໃນພາລະກິດສາທາລະນະສຸກຂອງໂລກ, ການຖອນອອກຈາກອົງການອະນາໄມໂລກຂອງອາເມຣິກາແມ່ນການກະທຳໃຊ້ຄວາມຮຸນແຮງທີ່ມີຕໍ່ປະຊາຊົນໂລກ, ວົງການວິທະຍາສາດ ແລະການແພດຂອງອາເມຣິກາຕ້ອງລຸກຂຶ້ນມາຄັດຄ້ານ.

 

ທ່ານປັສກາບ ໂບນີຟັສ ຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ ແລະສາຍພົວພັນສາກົນປະເທດຝຣັ່ງກ່າວວ່າ: ການກະທຳທີ່ຖອນອອກຈາກອົງການຈັດຕັ້ງສາກົນ ແລະສັນຍາສາກົນຕ່າງໆ, ປະຕິບັດລັດທິຝ່າຍດຽວ ເຊິ່ງເປັນການທຳລາຍລະບົບສາກົນທີ່ມີຢູ່ໃນປັດຈຸບັນນີ້.

 

ທ່ານຫຼີທຽນຣົງ ນັກຂຽນຄໍລຳຂອງໜັງສືພີມຟິລິບປິນສະຕາເຫັນວ່າ: ການຖອນອອກຈາກອົງການອະນາໄມໂລກຂອງອາເມຣິກາບໍ່ພຽງແຕ່ແມ່ນຄວາມຜິດພາດດ້ານຍຸດທະສາດເທົ່ານັ້ນ, ຍັງເປັນການກະທຳທີ່ບໍ່ມີຄຸນສົມບັດ, ການຖອນອອກຈາກອົງການຈັດຕັ້ງສາກົນຕ່າງໆເຮັດໃຫ້ອາເມຣິກາກາຍເປັນ “ປະເທດແບບຢ່າງທີ່ບໍ່ມີຄວາມຮັບຜິດຊອບ” ໃນລະບົບສາກົນ.

ຄຳ​ເຫັນ

0