尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດຖະກິດດີຈີຕອນກາຍເປັນກຳລັງທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດຈີນຢ່າງຕໍ່ເນື່ອງ

2020-07-10 16:39:49 cri

图片默认标题_fororder_微信图片_20200710163256

ໃນ 10 ກວ່າປີທີ່ຜ່ານມາ, ເສດຖະກິດດີຈີຕອນຂອງຈີນໄດ້ຂະຫຍາຍຕົວ​ຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງຕຳ​ແໜ່​ງວຽກເຮັດງານທຳຈຳນວນຫຼວງຫຼາຍ. ໃນການປະກອບອາຊີບໃນ 9 ຂະແໜງການໃໝ່ທີ່ທາງການຈີນເປີດເຜີຍຫວ່າງມໍ່ໆມານີ້ ມີ 4 ຂະ​ແໜງ​ການມີສ່ວນພົວພັນກັບເສດຖະກິດດີຈີຕອນຢ່າງແໜ້ນແຟ້ນ ເຊິ່ງນີ້ບໍ່ພຽງແຕ່ມີຜົນດີຕໍ່ການເພີ່ມການປະກອບອາຊີບໃໝ່ຕື່ມອີກເທົ່ານັ້ນ, ຫາກຍັງຈະສ້າງຈຸດເຕີບໂຕໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງຈີນອີກດ້ວຍ.
 

ສະຖາບັນຄົ້ນຄວ້າການ​ສື່ສານຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ “ປື້ມປົກຂາວກ່ຽວກັບການພັດທະນາເສດຖະກິດດີຈີຕອນຂອງຈີນ” ສະບັບຫຼ້າສຸດໂດຍຊີ້ໃຫ້ເຫັນວ່າ: ປີ​ 2019, ມູນຄ່າເພີ່ມຂອງເສດຖະກິດດີຈີຕອນຂອງຈີນໄດ້ບັນລຸເຖິງ 35.800 ຕື້ຢວນ, ກວມ 36,2% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ, ສ່ວນອັດຕາສ່ວນດັ່ງກ່າວໃນປີ 2005 ພຽງແຕ່ກວມ 14,2%. ສິ່ງທີ່ໜ້າສົນໃຈແມ່ນ, ປີ 2019, ອັດຕາການປະກອບສ່ວນຂອງເສດຖະກິດດີີຈີຕອນທີ່ມີຕໍ່ການເຕີບໂຕຂອງ GDP ໄດ້ມີເຖິງ 67,7% ເຊິ່ງໄດ້ກາຍເປັນກຳລັງທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດຈີນ.

图片默认标题_fororder_微信图片_20200710163305

ໃນນີ້, ການພັດທະນາເສດຖະກິດດີຈີຕອນໃນຂົງເຂດຂະແໜງການບໍລິການໄດ້ກາຍເປັນຂະແໜງນຳໜ້າໃນການພັດທະນາ ໂດຍສະເພາະແມ່ນການພັດທະນາດ້ານການຄ້າເອເລັກໂຕຣນິກ, ເສດຖະກິດ​ແບ່ງປັນ ແລະການພັດທະນາແບບດີຈີຕອນອື່ນໆໃນຂະແໜງການບໍລິການໄດ້ຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ກັບການເຕີບໂຕດ້ານເສດຖະກິດດີຈີຕອນ. ຂະນະດຽວກັນ, ມາດຕະການຕ່າງໆຂອງລັດຖະບານຈີນທີ່ຊຸກຍູ້ການພັດທະນາດ້ວຍການປະດິດສ້າງໃໝ່ໃນຊຸມປີຜ່ານມາ ແມ່ນໄດ້ໃຫ້ການສະໜັບສະໜູນດ້ານນະໂຍບາຍມະຫາພາກທີ່ແຂງ​ແຮງແກ່ເສດຖະກິດດີຈີຕອນ.
 

ອາດຄາດຄະເນໄວ້ວ່າ: ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ, ເສດຖະກິດດີຈີຕອນຈະສືບຕໍ່ກາຍເປັນກຳລັງທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດຈີນ. ສ່ວນປະ​ສົບການການພັດທະນາເສດຖະກິດດີຈີຕອນຂອງຈີນ ອາດຈະເປັນບົດຮຽນສຳເລັດຜົນໃຫ້ກັບການຟື້ນຟູການເຕີບໂຕຂອງເສດຖະກິດໂລກຄືນໃໝ່ຫຼັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ.

ຄຳ​ເຫັນ

0