覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຈຳ​ແນ​ກ​ແລະ​ທາ​ລຸນ​ຊາວ​ອົບ​ພະ​ຍົບ​ຢ່າງ​ໜັກ​ໜ່ວງສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາມ​ເມດ​ຕາ​ຈອມປອມ​​ດ້ານ“​ສິດ​ທິ​ມະ​ນຸດ​ແບບ​ອາ​ເມ​ຣິ​ກາ”

2020-07-10 16:34:40 cri

ວັນ​ທີ 9 ກໍ​ລະ​ກົດ​ນີ້, ສະ​ມາ​ຄົມ​ຄົ້ນ​ຄວ້າ​ສິດ​ທິ​ມະ​ນຸດ​ຈີນ​ໄດ້​ເປີດ​ເຜີຍ​ບົດ​ຄວາມທີ່​ມີ​ຫົວ​ຂໍ້​ວ່າ “ການ​ຈຳ​ແນ​ກ​ແລະ​ທາ​ລຸນ​ຊາວ​ອົບ​ພະ​ຍົບ​ຢ່າງ​ໜັກ​ໜ່ວງສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາມ​ເມດ​ຕາ​ຈອມ​ປອມ​​ດ້ານ‘​ສິດ​ທິ​ມະ​ນຸດ​ແບບ​ອາ​ເມ​ຣິ​ກາ’”​ເຊິ່ງ​ບົດ​ຄວາມ​ໄດ້​ຊີ້​ໃຫ້​ເຫັນວ່າ ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ມີ​ອະ​ຄະ​ຕິ​ທາງ​ສາ​ສະ​ໜາ, ຈຳ​ແນກ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ມີ​ແນວ​ຄິດ​​ປັດ​ເຂ່ຍ​ດ້ານເຊື້ອ​ຊາດ​ຜິວ​ພັນ​ໂດຍ​ແນ​ໃສ່​ຊາວ​ອົບ​ພະ​ຍົບ​ນັ້ນ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ. ໃນ​ຂົງ​ເຂດ​ຊາວ​ອົບ​ພະ​ຍົບ, ອາ​ເມ​ຣິ​ກາ​ໄດ້​ນຳ​ໃຊ້​ນະ​ໂຍ​ບາຍ​ຫົວ​ຮຸນ​ແຮງ​ຂອງ​ລັດ​ທິ​ປັດ​ເຂ່ຍ​ຕໍ່​ພາຍນອກ​​ເພື່ອ​ບີບ​ບັງ​ຄັບ​ເຊື້ອ​ຊາດ​ອື່ນ, ລ່ວງ​​ລະ​ເມີດ​ສິດ​ຂັ້ນ​ພື້ນ​ຖານ​ແລະ​ກຽດ​ສັກ​ສີ​ຂອງ​ຊາວ​ອົບ​ພະ​ຍົບ ເຊິ່ງ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​​ດ້ານ “ສິດ​ທິ​ມະ​ນຸດ​ແບບ​ອາ​ເມ​ຣິ​ກາ”.
 

ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ: ຊາວ​ອົບ​ພະ​ຍົບ​ຢູ່​ອາ​ເມ​ຣິ​ກາ​ຖືກ​ຈຳ​ແນກ​​ຢ່າງ​ໜັກ​ໜ່ວງແລະ​​ຖືກ​ປະ​ຕິ​ບັດ​ຢ່າງທາ​ລຸນ ເຊິ່ງ ​ສະ​ແດງ​ໃຫ້​ເຫັນໃນຫຼາຍ​ດ້ານ​ເຊັ່ນ: ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ຊາວ​ອົບ​ພະ​ຍົບ ໂດຍ​ຈັບ​ກຸມ​ແລະ​ກັກ​ຕົວ​ຊາວ​ອົບ​ພະ​ຍົບ​ເພື່ອ​ຕັດ​ອິດ​ສະຫຼະ​ພາບ​ຢ່າງ​ຂະ​ໜາດ​ໃຫຍ່​ຢູ່​ເຂດ​ຊາຍ​ແດນ; ນະ​ໂຍ​ບາຍ​ເດັດ​ຂາດ​​ທີ່ບໍ່​ໂຍະ​ຍານ​ຕໍ່​ຊາວ​ອົບ​ພະ​ຍົບ​ ​ໄດ້​ເຮັດ​ໃຫ້​ເດັກ​ນ້ອຍ​ກັບ​ພໍ່​ແມ່​ຂອງ​ຕົນ​ຕ້ອງ​ພັດ​ພາກ​ຈາ​ກ​ກັນ, ​ມີ​ການ​ປະ​ຕິ​ບັດ​ຕໍ່ຊາວ​ອົບ​ພະ​ຍົບ​ແລະ​ເດັກ​ນ້ອຍ​ແບບ​ຂາດ​ມະ​ນຸດ​ສະ​ທຳ, ສິດ​ໃນ​ການ​ມີ​ຊີ​ວິດ​ແລະ​ສິດ​ໃນ​ການ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ແລະ​ສິດ​ສິ​ມະ​ນຸດ​ຂັ້ນ​ພື້ນ​ຖານ​ອື່ນໆ​ໄດ້​ຖືກ​ລ່ວງ​ລະ​ເມີດ​ຢ່າງ​ໜັກ​ໜ່ວງ​ແລະ​ອື່ນໆ.
 

ບົດ​ຄວາມ​ໄດ້​ເນັ້ນ​ໜັກ​ວ່າ: ​ລັດ​ທິ​ປັດ​ເຂ່ຍ​ຕໍ່​ພາຍນອກ​ໄດ້ສະ​ແດງ​​ອອກ​ໃນ​ດ້ານ​ນະ​ໂຍ​ບາຍ​​ກ່ຽວ​ກັບຊາວ​ອົບ​ພະ​ຍົບ​ຂອງ​ອາ​ເມ​ຣິ​ກາ​​ທີ່​ພາ​ໃກ້​ເກີດ​ມີ​ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ ເຊິ່ງ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ໃນ​ສັງ​ຄົມ​ຮຸນ​ແຮງ​ຂຶ້ນ, ​ວົງ​ການ​ຕ່າງໆ​ມີຄວາມ​ເຫັນ​ຂັດ​ແຍ້ງ​ກັນ​ຢ່າງຫຼວງຫຼາຍ​ໃນ​ດ້ານ​ນະ​ໂຍ​ບາຍ​ຊາວ​ອົບ​ພະ​ຍົບ ອັນ​ໄດ້​ເລັ່ງ​ລັດ​ໃຫ້​ສັງ​ຄົມ​ເກີດ​ມີ​ຄວາມ​ແຕກ​ແຍກ​ກັນ​ຮຸນ​ແຮງ​ຂຶ້ນ​ຕື່ມ, ​ນະ​ໂຍ​ບາຍການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ ດັ່ງ​ກ່າວ​ໄດ້​ທຳ​ລາຍ​ຄວາມ​ເປັນ​ຊາດ​ແລະ​ຂະ​ບວນ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ເຊື້ອ​ຊາດ​ຂອງ​ອາ​ເມ​ຣິ​ກາ. ຊາວ​ອົບ​ພະ​ຍົບ​ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວ​ງ​ໃຫ້​ກັບ​ອາ​ເມ​ຣິ​ກາ​ນັ້ນ​ຖືກ​​ອາ​ເມ​ຣິ​ກາຖື​ເປັນ​ຄົນ​ພາຍນອກ​ທີ່​​ເປັນ​ໄພຂົ່ມ​ຂູ່​ຕໍ່ລະ​ບອບ​ການ​ເມືອງ, ​ເປັນພາ​ລະ​​ທາງ​ດ້ານ​ການ​ເງິນ​ແລະ​ສະ​ຫວັດ​ດີ​ການ​ຂອງ​ລັດ ແລະ​ກາຍ​ເປັນ​ຜູ້ເຄາະ​ຮ້າຍ​ຈາກ​ການ​ປັດ​ເຂ່ຍ​ແລະ​ການ​ທຳ​ຮ້າຍ.

ຄຳ​ເຫັນ

0