何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ສ້າງ​ຕັ້ງ​ໜ່ວຍ​ງານ​ອິດ​ສະ​ຫຼະ​ເພື່ອ​ປະ​ເມີນ​ວຽກ​ງານ​ຕ້ານກັບ​ພະ​ຍາດ​ຂອງ​ທົ່ວ​ໂລກ

2020-07-10 10:57:19 CRI

ວັນ​ທີ 9 ກໍ​ລະ​ກົດ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ໜ່ວຍ​ງານ​ອິດ​ສະຫຼະ ເພື່ອ​ປະ​ເມີນ​ຜົນ​ວຽກ​ງານ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​ທີ່​ດຳ​ເນີນ​ໄປ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອົງ​ການ​ດັ່ງ​ກ່າວ, ​ຄາດ​ວ່າ ຈະ​ເຜີຍ​ແຜ່ບົດ​ລາຍ​ງານ​ປະ​ເມີນ​ຜົນ​​ເບື້ອງ​ຕົ້ນ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.

 

ມື້​ດຽວ​ກັນ, ​ໃນ​ເວ​ລາ​ລາຍ​ງານວຽກ​ງານ​ຕໍ່​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ອະ​ນາ​ໄມ​ໂລກ, ທ່ານ​ເ​ຕ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການດັ່ງ​ກ່າວ​ກ່າວ​ວ່າ, ໜ່ວຍ​ງານ​ອິດ​ສະຫຼະ​ດັ່ງ​ກ່າວ​ຈະ​ຊ່ວຍ​ປະ​ຊາ​ຄົມ​ໂລກ​ໃຫ້​ຮັບ​ຮູ້​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແລະ​​ຫາ​ວິ​ທີ​ທ​າງວ່າ​ຈະເຮັດ​ແນວ​ໃດເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ໂສກ​ນາ​ດຕ​ະ​ກຳ​​ໃນ​ລັກ​ສະ​ນະ​ນີ້​ອີກ.

 

ທ່ານ​ເຕ​ໂດຼ​ສ​ກ່າວ​ຕື່ມ​ວ່າ, ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ພວກ​ເຮົາຜະ​ເຊີນ​ຢູ່​ໃນ​ປະ​ຈຸ​ບັນ​ບໍ່​ແມ່ນ​ເຊື້ອ​ພະ​ຍາດ​ໂຄວິດ-19​ອີກ​ແລ້ວ, ແຕ່​ແມ່ນ​​ການຂາດ​ການ​ນຳ​ພາ ແລະ ຄວາມ​ສາ​ມັກ​ຄີ​ຢູ່​ໃນ​ລະ​ດັບ​ປະ​ເທດ​ ແລະ ​ໃນທົ່ວ​ໂລກ. ເມື່ອ​ພວກ​ເຮົາ​​ມີ​ຄວາມສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ກັນ, ກໍ​​ຈະສາ​ມາດ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ໄດ້.

ຄຳ​ເຫັນ

0