覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ​ກາຍ 64.000 ຄົນພຽງ​ວັນ​ດຽວ

2020-07-10 16:38:41 ​cri

ເວັບ​ໄຊ​ສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ອາ​ເມ​ຣິ​ກາ​ໄດ້​ເປີ​ດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້​ວ່າ: ໃນ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ, ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ 64.771 ຄົນ ເຊິ່ງ​ສ້າງ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງ​ໜຶ່ງ​​ທີ່​ຈຳ​ນວນ​ຄົນ​ຕິດ​ເຊື້ອ​ພະ​ຍາດ​ໃນ​​ພຽງ​ວັນ​ດຽວເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ນັບ​ແຕ່​ເກີດ​ມີ​ພະ​ຍາດ​ດັ່ງ​ກ່າວ​ເປັນ​ຕົ້ນ​ມາ. ນັບ​ລວມ​ແລ້ວ​ຢູ່​ອາ​ເມ​ຣິ​ກາ​ມີ​ຜູ້​ເປັນ​ພະ​ຍາດ​​ທັງ​ໝົດ 3.047.671 ຄົນ, ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່ 991 ຄົນ, ລວມ​ທັງ​ໝົດ​ມີ​ 132.056 ຄົນ.
 

ຜູ້​ຊ່ຽວ​ຊານພາ​ກັນ​ເຫັນ​ວ່າ:  ​ຍ້ອນແຫ່ງ​ຕ່າງໆ​ພາ​ກັນ​ຟື້ນ​ຟູ​ເສດ​ຖະ​ກິດ​ແບບ​ຟ້າວ​​ຟັ່ງ, ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ບໍ່​ເຂັ້ມ​ງວດ ແລະ​ອື່ນໆ ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ພາ​ໃຫ້ພະ​ຍາດ​ແຜ່​ລະ​ບາດ​ຮຸນ​ແຮງ​ຄືນ​ໃໝ່​ຢູ່​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0