何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ປະ​ເທດ​ຕ່າງໆ​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມືດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຕິດ​ແທດ​ຕົວ​ຈິງ

2020-07-10 16:43:03 CRI

   ຫວ່າງ​ກ່ອນນີ້​ບໍ່​ດົນ,​ກະ​ຊວງ​ການ​ຄ້າ​ຈີນ​ແລະ​ພາກ​ສ່ວນ​ຮັບ​ຜິດ​ຊອບດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ຫຼາຍ​ປະ​ເທດ​ເຊັ່ນ:​ສິງ​ກະ​ໂປ​ເປັນ​ຕົ້ນ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ເພື່ອເ​ປັນ​ການ​ຮັບ​ປະ​ກັນ​ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ຕ່ອງ​​ໂສ້​ການສະ​ໜອງ. ຖະ​ແຫຼງ​ການ​ສະ​ບັບ​ນີ້​ຊີ້​ໃຫ້​ເຫັນ​ວ່າ,ໃນ​ໄລ​ຍະທີ່​ມີ​ສະ​ພາບພະ​ຍາດ​ໂຄວິດ-19,ບັນ​ດາ​ປະ​ເທດ​ຄວນ​​ຫຼີກລ່ຽງ​ການ​ປະ​ຕິ​ບັດ​ການ​​ຈຳ​ກັດ​ຕໍ່​ການ​ສົ່ງ​ອອກ ຫຼື ສ້າງກຳ​ແພງ​ພາ​ສີ​ອາ​ກອນ​ແລະ​​ບໍ່ແມ່ນ​ພາ​ສີ​ອາ​ກອນ,ຄວນຍົກ​ເລີກ​ທຸກ​ມາດ​ຕະ​ການ​ຈຳ​ກັດ​ທາງ​ການ​ຄ້າ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຕໍ່​ວັດ​ຖຸ​ອຸ​ປະ​ກອນ​ທີ່​ຈຳ​ເປັນ​ ໂດຍ​ສະ​ເພາະ​ວັດ​ຖຸ​ອຸ​ປະ​ກອນ​ໃນ​ການ​ປິ່ນ​ປົວ.

   ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​​ຂອງ​ກະ​ຊວງ​ການ​ຄ້າ​ຈີນທີ່​ຈັດ​ຂຶ້ນໃນ​ວັນ​ທີ9ກໍ​ລະ​ກົດ​ນີ້,ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ກະ​ຊວງ​ການ​ຄ້າ​ຈີນມີ​ສ່ວນ​ຮ່ວມ​ໃນຖະ​ແຫຼງ​ການ​ຮ່ວມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ທີ່​ປະ​ກາດ​ໂດຍ​ກະ​ຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ​ແລະ​ພາກ​ສ່ວນ​ຮັບ​ຜິດ​ຊອບ​ວຽກ​ງານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ10ປະ​ເທດ,ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ: ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ,ສ່ອງ​ແສງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ ​ຂອງ​ຈີນ​ທີ່​ເດັດ​ດ່ຽວ​ປົກ​ປ້ອງ​ການ​ຄ້າ​ເສ​ລີຕະ​ຫຼອດມາ. ປັດ​ຈຸ​ບັນນີ້,ຈີນ​ແລະ​​ຝ່າຍ​ຕ່າງໆ​ ​ເຊັ່ນ:ສິງ​ກະ​ໂປ​ເປັນ​ຕົ້ນ ໄດ້​ຮ່ວມ​ກັນ​ສຸມຄວາມ​ພະ​ຍາ​ຍາມ​ໃນ​ສະ​ພາບ​ການ​ທີ່ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19​ຫັນ​ເປັນ​ປົກ​ກະ​ຕິ,ຕັ້ງ​ໜ້າ​ດຳ​ເນີນການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຕິດ​ແທດ​ຕົວ​ຈິງ, ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ຢ່າງ​ສະ​ດວກ,​ເຮັດ​ໃຫ້ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​​ມີ​ຄວາມໝັ້ນ​ທ່ຽງ,ຊ່ວຍ​ໃຫ້​ເສ​ດ​ຖະ​ກິດ​ຂອງ​ພາກ​ພື້ນ​ແລະ​ຂອງ​ທົ່ວ​ໂລກ​ສາ​ມາດ​ຟື້ນ​ຟູ​ການ​ພັດ​ທະ​ນາ​ຄືນ​ໃໝ່.

 

ຄຳ​ເຫັນ

0