吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຕາງໜ້າຊາວໜຸ່ມເຂດບໍລິຫານພິເສດຮົງກົງຈີນກ່າວສະໜັບສະໜູນກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ສະພາສິດທິມະນຸດສປຊ

2020-07-11 16:50:12 CRI

ວັນທີ 10 ກໍລະກົດນີ້, ທ່ານນາງລີນລີນ ສະມາຊິກຄະນະມົນຕີສະມາຄົມຈີນເພື່ອສົ່ງເສີມວຽກງານສະຫະປະຊາຊາດ ທັງເປັນສະມາຊິກຄະນະກຳມະການພັດທະນາຊາວໜຸ່ມເຂດບໍລິຫານພິເສດຮົງກົງໄດ້ກ່າວຄຳປາໄສຢູ່ສະພາສິດທິມະນຸດອົງການສປຊທາງວິດີໂອໂດຍໄດ້ກ່າວປະນາມການເຄື່ອນໄຫວດ້ວຍກຳລັງຮຸນແຮງຢູ່ຮົງກົງ ແລະການແຊກແຊງຂອງຕ່າງປະເທດ, ທັງໄດ້ກ່າວສະໜັບສະໜູນກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງ.

 

ນາງກ່າວວ່າ: ຕາມກົດໝາຍພື້ນຖານ, ຮົງກົງແມ່ນເຂດປົກຄອງຕົນເອງໃນລະດັບສູງ ເຊິ່ງໄດ້ຮັບສິດຕ່າງໆຈາກນະໂຍບາຍ “ປະເທດດຽວສອງລະບອບ” ເຊັ່ນ: ການຄ້າເສລີ ແລະອື່ນໆ, ແລະໄດ້ຮັບການປົກປ້ອງຕາມກົດໝາຍພື້ນຖານ. ຮົງກົງເຄີຍຖືກແບ່ງແຍກຈາກຈີນດ້ວຍກຳລັງອາວຸດຂອງຕ່າງປະເທດ ແລະຕົກຢູ່ພາຍໃຕ້ການປົກຄອງຂອງລະບອບລ່າເມືອງຂຶ້ນ, ຈົນມາຮອດປີ 1997 ຮົງກົງຈຶ່ງໄດ້ກັບຄືນສູ່ປະເທດຊາດໂດຍສັນຕິ. ເລື່ອງນີ້ເປັນໜ້າສະເຫຼີມສະຫຼອງ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ກຳລັງຮຸນແຮງ ແລະການຮຸກຮານບໍ່ເຕີຍສາມາດແກ້ໄຂບັນຫາໄດ້. ປີ 2019 ແມ່ນປີທີ່ຮົງກົງໄດ້ຮັບຄວາມເສຍຫາຍ ເຊິ່ງກາຍເປັນ “ເມືອງໂກຕຳ” ໃນຮູບເງົາ “Batman” ພຽງຄືນດຽວ. ສື່ມວນຊົນ ແລະນັກການເມືອງຕ່າງປະເທດມີເຈດຕະນາໃຫ້ການເຄື່ອນໄຫວກໍ່ຄວາມຮຸນແຮງຢູ່ຮົງກົງກາຍເປັນສິ່ງທີ່ຖືກຕ້ອງຕາມກົດໝາຍ, ແລະກໍ່ໃຫ້ເກີດນາບຂູ່ຕໍ່ຜູ້ທີ່ມີທັດສະນະແຕກຕ່າງເລື້ອຍໆ.

 

ທ່ານນາງລີນລີນຍັງກ່າວຕື່ມວ່າ: ປະຊາຊົນຮົງກົງອົດບໍ່ໄຫວແລ້ວຕໍ່ຄວາມຮຸນແຮງ. ໃນເດືອນມິຖຸນາປີ 2019 ມີປະຊາຊົນຮົງກົງ 2,9 ລ້ານຄົນໄດ້ລົງລາຍເຊັນສະໜັບສະໜູນລັດຖະບານກາງສ້າງກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງ. ພວກເຮົາຕ້ອງການຟື້ນຟູຕົວເມືອງຂອງພວກເຮົາຄືນໃໝ່, ບໍ່ຢາກເຫັນຮົງກົງຖືກກຳລັງຮຸນແຮງຍຶດຄອງອີກຄັ້ງໃໝ່. ລັດທິລ່າເມືອງຂຶ້ນໄດ້ຖືກລົບລ້າງໄປແລ້ວໃນປະຫວັດສາດ, ຂໍໃຫ້ອິດທິກຳລັງປໍລະປັກຈີນຈົ່ງໜີໄກຈາກບ້ານຂອງພວກເຮົາ.

ຄຳ​ເຫັນ

0