吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະຂວ້ຳບາດອົງການ ແລະບຸກຄົນຂອງອາເມຣິກາທີ່ແຊກແຊງວຽກງານຂອງເຂດປົກຄອງຕົນເອງອູຍເກີ້ຊີ່ນຈ່ຽງຈີນ

2020-07-11 18:25:50 CRI

ວັນທີ 9 ກໍລະກົດນີ້, ກະຊວງການຕ່າງປະເທດ ແລະກະຊວງການເງິນອາເມຣິກາໄດ້ປະກາດຂວ້ຳບາດອົງການແຫ່ງໜຶ່ງ ແລະເຈົ້າໜ້າທີ່ 4 ຄົນຂອງອົງການປົກຄອງເຂດປົກຄອງຕົນເອງອຸຍເກີ້ຊີ່ນຈ່ຽງຈີນຕາມກົດໝາຍອາເມຣິກາ. ຕໍ່ເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 10 ກໍລະກົດນີ້ວ່າ: ຕໍ່ການກະທຳທີ່ຜິດພາດຂອງອາເມຣິກາ, ຈີິນໄດ້ຕັດສິນໃຈນຳໃຊ້ມາດຕະການທີ່ສົມຄູ່ກັນຕໍ່ອົງການ ແລະບຸກຄົນອາເມຣິກາທີ່ແຊກແຊງວຽກງານຊີ່ນຈ່ຽງ.

 

ທ່ານຈ້າວລີ້ຈ່ຽນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນວ່າ: ການກະທຳທີ່ກ່ຽວຂ້ອງຂອງອາເມຣິກາເປັນການແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ, ລະເມີດຫຼັກການພື້ນຖານຂອງສາຍພົວພັນສາກົນຢ່າງໜັກໜ່ວງ ແລະທຳລາຍສາຍພົວພັນຈີນ-ອາເມຣິກາຢ່າງຮ້າຍແຮງ. ຈີນເດັດດ່ຽວຄັດຄ້ານ, ທັງກ່າວປະນາມຢ່າງເຄັ່ງຂຶມຕໍ່ກັບເລື່ອງນີ້.

 

ທ່ານກ່າວເນັ້ນວ່າ: ວຽກງານຊີ່ນຈ່ຽງແມ່ນວຽກງານພາຍໃນຂອງຈີນ, ອາເມຣິກາບໍ່ມີສິດເຂົ້າແຊກແຊງ. ລັດຖະບານຈີນມີຄວາມຕັດສິນໃຈຢ່າງເດັດຂາດໃນການປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດດ້ານການພັດທະນາຂອງຕົນ, ຕໍ່ຕ້ານການກໍ່ການຮ້າຍ, ຕໍ່ຕ້ານອິດທິກຳລັງແບ່ງແຍກ ແລະອິດທິກຳລັງຫົວຮຸນແຮງທາງສາສະໜາ, ຄັດຄ້ານອິດທິກຳລັງພາຍນອກໃດໆທີ່ຫວັງແຊກແຊງວຽກງານຊີ່ນຈ່ຽງ ແລະວຽກງານພາຍໃນຂອງຈີນຢ່າງເດັດດ່ຽວໜຽວແໜ້ນ. ຈີນເຕືອນໃຫ້ອາເມຣິກາຈົ່ງດັດແກ້ຄວາມຜິດພາດທັນທີ, ຢຸດຕິການກະທຳ ແລະຖ້ອຍຄຳທີ່ແຊກແຊງວຽກງານພາຍໃນຂອງຈີນ ແລະທຳລາຍຜົນປະໂຫຍດຂອງຈີນ, ຖ້າອາເມຣິກາສືບຕໍ່ປະຕິບັດໃນລັກສະນະນີ້ຕາມລິງພັງໃຈ ຈີນຈະຕອບໂຕ້ຄືນຢ່າງເດັດຂາດ.

ຄຳ​ເຫັນ

0