吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດເປັນເສົ້າຄ້ຳໃຫ້ເຂດບໍລິຫານພິເສດຮົງກົງ

2020-07-11 16:49:29 CRI

ວົງການຕ່າງໆຂອງເຂດບໍລິຫານພິເສດຮົງກົງຈີນເຫັນວ່າ: ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງໄດ້ເປັນບ່ອນອີງທາງກົດໝາຍຢ່າງຈະແຈ້ງໃຫ້ກັບການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ເຊິ່ງສອດຄ່ອງກັບຄວາມມຸ້ງຫວັງຢ່າງແຮງກ້າໃນການຟື້ນຟູລະບຽບການຄຸ້ມຄອງຕາມກົດໝາຍ ແລະຊີວິດການເປັນຢູ່ຢ່າງສະຫງົບຂອງປະຊາຊົນຮົງກົງ.

 

ສະມາຊິກໃນຄະນະກຳມາທິການຮັກສາຄວາມໝັ້ນຄົງແຫ່ງຊາດເຂດບໍລິຫານພິເສດຮົງກົງກ່າວວ່າ: ຈະອອກແຮງສະໜັບສະໜູນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງໃຫ້ເປັນຮູບປະທຳ ເພື່ອປົກປັກຮັກສາຄວາມຈະເລີນຮຸ່ງເຮືອງ ແລະຄວາມສະຖຽນລະພາບຢ່າງຖາວອນຂອງຮົງກົງ.

 

ບຸກຄົນວົງການທຸລະກິດຮົງກົງກ່າວວ່າ: ຫວັງວ່າການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ແລະການລົງໂທດຕໍ່ການກະທຳເພື່ອແບ່ງແຍກປະເທດຈະມີຄວາມເຂັ້ມງວດ.

ຄຳ​ເຫັນ

0