覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເປັນພະ​ຍາດ​ອັກ​ເສບ​ປອດ​ທີ່​ບໍ່​ຮູ້​ສາ​ເຫດ​ຢູ່​ກາ​ຊັກ​ສະ​ຖານ​ອາດ​ຈະແມ່ນພະ​ຍາດ​ໂຄວິດ-19

2020-07-11 10:57:25 cri

ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້, ທ່ານ ໄມ​ເຄີນ ໄຣ​ອັນ ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​ວ່າ: ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ພະ​ຍາດ​ອັກ​ເສບ​ປອດ​ທີ່​ບໍ່​ຮູ້​ສາ​ເຫດ​ທີ່​ເກີດ​ຂຶ້ນ​ຢູ່​ກາ​ຊັກ​ສະ​ຖານ, ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ຢູ່​ກາ​ຊັກ​ສະ​ຖານ​ໄດ້​ມີ​ຜູ້​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ເພີ່ມ​ຂຶ້ນ ເຊິ່ງ​ມີຫຼາຍ​ສາ​ເຫດ, ອົງ​ການ​ອະ​ນາ​ໄມ​ໂລກ​ກຳ​ລັງ​ຮ່ວມ​ມື​ກັບ​ອົງ​ການ​ຕ່າງໆ​ຂອງ​ປະ​ເທດ​ນີ້​ເພື່​ອ​ດຳ​ເນີນ​ການສຳຫຼວດ.

ທ່ານ​ໄມ​ເຄີນ ໄຣ​ອັນ​ຊີ້​ໃຫ້​ເຫັນ​ວ່າ: ຢູ່​ກາ​ຊັກ​ສະ​ຖານ​ກໍ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ເຊັ່ນ​ກັນ, ໃນ​ໄລ​ຍະ 7 ວັນ​ຜ່ານ​ມາ, ໄດ້​ມີ​ການ​ລາຍ​ງານ​ວ່າ: ຕາມ​ຜົນ​ກວດ​ຂອງ​ຫ້ອງ​ທົດ​ລອງ, ມີ​ຜູ້​ເປັນ​ພະ​ຍາດຫຼາຍກວ່າ 1 ໝື່ນ​ກໍ​ລະ​ນີ.  ອົງ​ການ​ອະ​ນາ​ໄມ​ໂລກ​ກຳ​ລັງ​ຄົ້ນ​ຄວ້າເຖິງ​ສະ​ພາບ​ຄວາມ​ເປັນ​ຈິງ​​ທາງດ້ານເງື່ອນ​ໄຂ​ແລະ​ຄຸນ​ນະ​ພາບ​ຂອງ​ການກວດ​ຫາ​ເຊື້ອ​​ຂອງ​ປະ​ເທດ​ດັ່ງ​ກ່າວ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ຕົວ​ຢ່າງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ທີ່​ເປັນ​ຜົນ​ລົບປອມປົນ​ເປ​ໃນ​ຕົວ​ຢ່າງ​ຂອງ​ເຊື້ອ​ອັກ​ເສບ​ປອດ​ອື່ນໆ, ກໍ​ລະ​ນີ​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ບໍ່​ຮູ້​ສາ​ເຫດ​ຈຳ​ນວນຫຼາຍ​ອາດ​ຈະ​ເປັນ​ກໍ​ລະ​ນີ​ດຽວ​ກັບ​ພະ​ຍາດ​ໂຄວິດ-19. ອົງ​ການ​ອະ​ນາ​ໄມ​ໂລກ​ກໍ​​ກຳລັງ​​ວິ​ນິ​ໄສ​ແຜ່ນ​ເອກ​ສະ​ເຣຂອງ​ຄົນ​ເຈັບ​ເຫຼົ່​າ​ນີ້​ເພື່ອກວດ​ເບິ່ງວ່າ​ຈະ​ເປັນ​ອາ​ການ​ຂອງ​ພະ​ຍາດ​ໂຄວິດ-19 ຫຼື​ບໍ່?

ຄຳ​ເຫັນ

0