何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CNNລາຍ​ງານ​ວ່າ: ອາ​ເມ​ຣິ​ກາ​ຕົກ​ເຂົ້າ​ສູ່ສະ​ພາບ​ຫຍຸ້ງ​ຍາກໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-07-12 18:11:22 CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, CNN ຂອງ​ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ຄວາມ​ລົງໃນ​ເວັບ​ໄຊ​ຂອງ​ຕົນ ໂດຍ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ໃນ​ມື້​ດຽວຢູ່​ອາ​ເມ​ຣິ​ກາ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ມາຫຼາຍ​ມື້​ລຽນ​ຕິດ​ແລ້ວ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ກໍ​ໄດ້​ເພີ່ມ​ຂຶ້ນ. ນີ້​ໝາຍ​ຄວາມ​ວ່າ ອາ​ເມ​ຣິ​ກາ​ໄດ້​ຕົກ​​ເຂົ້າ​​ສູ່ສະ​ພາບ​ຫຍຸ້ງ​ຍາກ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19 ນັບ​ມື້​ນັບ​ໜັກ​ໜ່ວງກວ່າ​ເກົ່າ, ໃນຫຼາຍ​ເດືອນ​ຕໍ່​ໜ້າ​ກໍບໍ່​ສາ​ມາດ​ຄາດ​ຫວັງ​​ຝັນ​ຮ້າຍ​ດັ່ງ​ກ່າວ​ຈະ​ສິ້ນ​ສຸດ​ລົງ​.

 

ໃນ​ບົດ​ຄວາມ​ຍັງຂຽນ​ວ່າ, ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເຕັມ​ໄປ​ດ້ວຍ​ຄວາມ​ເພີ້​ຝັນ, ​ດື້​ດ້ານ​ໂດຍ​ເຫັນ​ວ່າ​ວຽກ​ງານ​ຕ້ານ​ກັບ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາ​ຢູ່​ໃນ​ລະ​ດັບ​ນຳ​ໜ້າ​ຂອງ​ໂລກ, ​ພວກ​ເຈົ້າ​ໜ້າ​ກໍ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ເອງ, ບໍ່​ໄດ້​ແຈ້ງ​ຄວາມ​ຈິງ ທັງ​ມີ​ຄວາມ​ວຸ້ນ​ວາຍ​ເອງ, ໃນ​ຄວາມ​ເປັນ​ຈິງ​ແລ້ວ, ເຂົາ​ເຈົ້າ​ຄວນ​ຊີ້​ແຈງ​ທິດ​ທາງ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໃຫ້​ແກ່​​ຊາວອາ​ເມ​ຣິ​ກາ.

 

ໃນ​ບົດ​ຄວາມ​ໄດ້​ເປີດ​ເຜີຍ​ວ່າ, ປະ​ຈຸ​ບັນ ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ສາ​ມາດ​ສັງ​ລວມໃນ​ການກວດ​ກາ​ເຊື້ອແລະ ຕິດ​ຕາມ​ຜູ້​ມີເຊື້ອ​ພະ​ຍາດ​​ຈຳ​ນວນຫຼາຍ, ບໍ່​ສາ​ມາດ​ຄົ້ນ​ຫາ ແລະ ກັກ​ບໍ​ລິ​ເວນ​ຢູ່​ເຂດ​ທີ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ໃນ​ຂະ​ນະ​ດຽວ​ກັນ, ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຍັງ​ອະ​ນຸ​ມັດ​ໃຫ້​ເປີດ​ໂຮງ​ຮຽນ​ຄືນ​ໃໝ່, ແຕ່​ຍ້ອນ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ທີ່​ຂາດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຕໍ່​ພາຍນອກ, ​ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້​ກາຍ​ເປັນ​ເລື່ອງ​ຕະຫຼົກ​.

 

ບົດ​ຄວາມ​ຍັງ​ຊີ້​ອອກວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແມ່ນ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ເກີດ​ຂຶ້ນ​ຢູ່​ດິນ​ແດນ​ອາ​ເມ​ຣິ​ກາ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ, ໄດ້​ແກ່​ຍາວ​ມາຫຼາຍ​ເດືອນ​ແລ້ວ, ແຕ່​ຄົນທັງຫຼາຍ​ຍັງ​​ຖຽງ​ກັນ​ວ່າ​ຈະ​ໃສ່​ຜ້າ​ປິດ​ປາກຫຼື​ບໍ່. ທ່ານ​ອານ​ໂທ​ນີ ໂຟ​ຊີ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ ພະ​ຍາດ​ຕິດ​ແປດ ແລະ ພູມ​ແພ້​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ຄື​ຊິ​ເປັນ​ເຈົ້າ​ໜ້າ​ທີ່​ພຽງ​ຜູ້​ດຽວ​ທີ່​ມີ​ຄຳ​ຕອບ, ແຕ່​ຫາກ​ຖືກ​ຫ້າມ​ບໍ່​ໃຫ້​ສຳ​ພາດ​ຕໍ່​ສື່​ສຳ​ຄັນ. ສຳ​ລັບ​ຜູ້​ນຳ​ອາ​ເມ​ຣິ​ກາ​ນັ້ນພັດ​ມັກເວົ້າ​​ແຕ່​ເລື່ອງ​ການ​ເມືອງ​ ແລະ ການ​ເລືອກ​ຕັ້ງຫຼາຍກວ່າ​ໃນ​ເວ​ລາ​ທີ່​ທ່ານອອກ​ໜ້າ​ຈໍ​ໂທ​ລະ​ພາບ​ໃນ​ນາ​ທີ​ຄຳ.

ຄຳ​ເຫັນ

0