覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວົງ​ການ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຈີນ​ແລະ​ຕ່າງ​ປະ​ເທດຮຽກ​ຮ້ອງໃຫ້​ຮ່ວມ​ມື​ກັນ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ແລະ ​ຕ່ອງ​ໂສ້​ການ​ສະ​ໜອງສາ​ກົນ

2020-07-12 18:02:44 cri

ວັນ​ທີ 11 ກໍ​ລະ​ກົດ​ປີ 2020 ນີ້​ເປັນ​ວັນ​ເດີນ​ທະ​ເລ​ແຫ່ງ​ຊາດ​ຈີນ ຄົບ​ຮອບ 16 ປີ. ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວັນ​ເດີນ​ທະ​ເລ​ແຫ່ງ​ຊາດ​ຈີນ​ປີ 2020 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໃນ​ວັນ​ທີ 11  ກໍ​ລະ​ກົດ​ນີ້,  ບຸກ​ຄົນ​ໃນ​ວົງ​ການ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຈີນ​ແລະ​ຕ່າງ​ປະ​ເທດ​ໄດ້ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ດ້ານ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ການ​ຮັບ​ປະ​ກັນ​ຕ່ອງ​ໂສ້​ການ​ຈໍ​ລະ​ຈອນ​ສິ​ນ​ຄ້າ​ສາ​ກົນ​ພາຍ​ໃຕ້​ສະ​ພາບ​ການ​ໃໝ່​ໂດຍປິ່ນ​ອ້ອມ​ຫົວ​ຂໍ້ “ເກາະ​ແຂນ​ກັນ​ກ້າວ​ເດີນ​ຮ່ວມ​ກັນ, ຮັກ​ສາ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ໃຫ້​ມີ​ຄວາມ​​ລຸ​ລ່ວງ”

 

 ໃນ​ຕົ້ນ​ປີ​ນີ້, ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນຢ່າງ​ກະ​ທັນ​ຫັນ​ໄດ້​ແຜ່​ລະ​ບາດ​​ໄປທົ່ວ​ໂລກ. ໄປ​ຄຽງ​ຄູ່​ກັບ​ພະ​ຍາດ​ໄດ້​ແຜ່​ລະ​ບາດກວ້າງ​ອອກ, ຫຼາຍ​ປະ​ເທດ​ໄດ້​ໃຊ້​ມາດ​ຕະ​ການ​ຈຳ​ກັດ, ການ​ເຄື່ອນ​ໄຫວ​ດ້ານ​ການ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ, ການ​ຜະ​ລິດ, ການ​ລົງ​ທຶນ​ແລະ​ການ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​​ກໍ​ຖືກ​ຈຳ​ກັດ, ຕ່ອງ​ໂສ້​ການ​ຈໍ​ລະ​ຈອນ​ສິ​ນ​ຄ້າ​ແລະ​ການ​ສະ​ໜອງ​ຂອງ​ທົ່ວ​ໂລກ​ກໍ​ໄດ້​ຮົບ​ຜົນ​ກະ​ທົບ​ເຊັ່ນ​ກັນ.
 

  ທ່ານ​ລິວ​ສ້ຽວ​ມິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈີນ​​ໄດ້ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ການ​ຮ່ວມ​ມື​​ແບບແບ່ງ​ງານ​ຂອງ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ສາ​ກົນ, ການ​ຮັບ​ປະ​ກັນ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ,ຕ່ອງ​ໂສ້​ການ​ສະ​ໜອງ​ແລະ​ຕ່ອງ​ໂສ້​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ໂລກ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ດວກ​ນັ້ນ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ສຸດ.
 

 ທ່ານ​ກີ​ຕັກ​ລີມ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ກິດ​ຈະ​ການ​ທາງ​ທະ​ເລ​ສາ​ກົນ​ໄດ້​ປະ​ກອບ​ຄຳ​ເຫັນ​ຜ່ານ​ທາງວິ​ດີ​ໂອ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈົ່ງ​ສືບ​ຕໍ່ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໄດ້​ປະ​ກອບ​ສ່ວນຫຼາຍ​ກວ່າ​ເກົ່າ​​ເຂົ້າໃນ​ການ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ງານ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ສາ​ກົນ​ແລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ໂຄວິດ-19​ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0