吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານທຣຳໃສ່ຜ້າປິດປາກເປັນຄັ້ງທຳອິດຢ່າງເປີດເຜີຍພາຍຫຼັງເກີດພະຍາດໂຄວິດ-19

2020-07-12 19:17:30 cri

ຕອນບ່າຍວັນທີ 11 ກໍລະກົດນີ້, ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ໄປຢ້ຽມຢາມຖາມຂ່າວອາການບາດເຈັບຂອງທະຫານ ແລະພະນັກງານແພດໝໍສະຖາບັນການປິ່ນປົວທາງການທະຫານຢູ່ລັດມາຣີແລນ, ເທື່ອນີ້ທ່ານໄດ້ໃສ່ຜ້າປິດປາກ. ສື່ມວນຊົນອາເມຣິກາລາຍງານວ່າ: ນີ້ເປັນຄັ້ງທຳອິດທີ່ທ່ານທຣຳໃສ່ຜ້າປິດປາກຢ່າງເປີດເຜີຍພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາເປັນຕົ້ນມາ.

 

ໃນການປ້ອງກັນພະຍາດຕິດຕໍ່ທາງລະບົບຫາຍໃຈ, ຜ້າປິດປາກໄດ້ເສີມຂະຫຍາຍບົດບາດທີ່ສຳຄັນທີ່ສຸດ. ແຕ່ຍັງມີປະຊາຊົນອາເມຣິກາຈຳນວນຫຼາຍສົມຄວນບໍ່ຢາກໃສ່ຜ້າປິດປາກ ເຊິ່ງເປັນສາເຫດສຳຄັນອັນໜຶ່ງທີ່ເຮັດໃຫ້ຕົວເລກຂອງຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຖານະເປັນປະທານາທິບໍດີອາເມຣິກາ, ທ່ານທຣຳບໍ່ເລີຍໃສ່ຜ້າປິດປາກໃນເວລາປະກົດຕົວຕໍ່ສາທາລະນະ ເຊິ່ງພາໃຫ້ຜູ້ຊ່ຽວຊານດ້ານສາທາລະນະສຸກຫຼາຍຄົນອອກມາຕຳໜິຕິຕຽນ ແລະມີນັກການເມືອງອາເມຣິກາຫຼາຍຄົນຮຽກຮ້ອງໃຫ້ທ່ານທຣຳໃສ່ຜ້າປິດປາກເພື່ອເປັນແບບຢ່າງ.

 

图片默认标题_fororder_图片 1

 

ຄຳ​ເຫັນ

0