何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເປັນ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ໂລກ​ມີ​ເຖິງ 12.623.954 ຄົນ

2020-07-12 11:13:43 CRI

ມະຫາວິທະຍາໄລຈອນ ຮອບກິນຂອງອາເມຣິກາແຈ້ງຂ່າວວ່າ: ນັບ​ມາ​ຮອດ​ເວ​ລາ 6 ໂມງ 34 ນາ​ທີ​ຂອງວັນ​ທີ 12 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ຜູ້​​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ໂລກ​ມີ​ເຖິງ 12.623.954 ຄົນ, ມີຜູ້​ເສຍ​ຊີ​ວິດເຖິງ 562,682 ຄົນ. ຢູ່​ອາ​ເມ​ຣິ​ກາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແມ່ນ​ຮຸນ​ແຮງ​ທີ່​ສຸດ, ມີ ຜູ້​​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19 ເຖິງ 3.242.073ຄົນ, ມີຜູ້​ເສຍ​ຊີ​ວິດ ​ເຖິງ 134.719 ຄົນ.

 

ວັນ​ທີ 11 ກໍ​ລະ​ກົດ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ເດຍ​ໄດ້​ປະ​ກາດ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ເວ​ລາ 8 ໂມງ​ຂອງວັນ​ທີ 11 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ທົ່ວ​ປະ​ເທດ​ອິນ​ເດຍ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເຖິງ 820.916 ຄົນ. ສື່ມວນ​ຊົນ​ອິນ​ເດຍ​ແຈ້ງ​ຂ່າວ​ວ່າ, ລັດ​ຖະ​ບານ​ກາງ​ຂອງ​ອິນ​ເດຍ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຍົກ​ເລີກ​ປິດ​ເມືອງ​ຢູ່​ເຂດ​ແຄວ້ນ​ສ່ວນຫຼາຍ, ແຕ່​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ອິນ​ເດຍ​ໄດ້​ພາ​ກັນ​ອອກ​ຄຳ​ສັ່ງ​ຂອງ​ທ້ອງ​ຖິ່ນ​ຕົນ​ໃຫ້​ເພີ່ມ​ທະ​ວີ​ການ​ປິດ​​ເມືອງ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຮຸນ​ແຮງ​ຂຶ້ນ​ຕື່ມ.

 

ນອກ​ນີ້, ຕາມ​ຂໍ້​ມູນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກບ​ຣາ​ຊິນ​ທີ່​ປະ​ກາດ​ໃນ​ຕອນ​ບ່າຍ​ວັນ​ທີ 10 ກໍ​ລະ​ກົດ​ນີ້, ຢູ່ບ​ຣາ​ຊິນ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເຖິງ1.800.827 ຄົນ, ມີ​ຜູ້​ເສຍ​ຊີ​ວິດ​​ແລ້ວ 70.398 ຄົນ.

 

ຄຳ​ເຫັນ

0