覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 5.1 ລິກ​ເຕີຢູ່ນະ​ຄອນ​ຖັງ​ຊ່ານ​ແຂວງ​ເຫີ​ເປີຍ​ຈີນ​

2020-07-12 10:03:44 cri

ຕາມການ​ວັດ​ແທກ​ທາງ​ການ​ຂອງ​ເຄືອ​ຂ່າຍ​ສະ​ຖາ​ນີ​ວັດ​ແທກ​ແຜ່ນ​ດິນ​ໄຫວ​ຈີນ, ເວ​ລາ 6 ໂມງ 38 ນາ​ທີ​ຂອງວັນ​ທີ 12 ກໍ​ລະ​ກົດ​ນີ້, ເມືອງ​ກູ​ເຢ ນະ​ຄອນ​ຖັງ​ຊ່ານ​ແຂວງ​ເຫີ​ເປີຍ ສ​ປ ຈີນ​ (ເສັ້ນ​ຂະ​ໜານ​ເໜືອ 39,78ອົງ​ສາ, ເສັ້ນ​ແວງ​ຕາ​ເວັນ​ອອກ 118,44 ອົງ​ສາ)​ໄດ້​ເກີດ​ແຜ່​ນ​ດິນ​ໄຫວ​ຂັ້ນ 5,1 ລິກ​ເຕີ. ຕາມ​ພະ​ແນກ​​ຄຸ້ມ​ຄອງການ​ສຸກ​ເສີນ​ແຂວງ​ເຫີ​ເປີຍ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ເທື່ອ, ແລະ​ກຳ​ລັງເກັບ​ກຳ​ສະ​ຖິ​ຕິ​ກ່ຽວ​ກັບ​ຜົນ​ກະ​ທົບ​ແລະ​ຜົນ​ເສຍ​ຫາຍ​ຈາກ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ຢູ່.
 

ຕາມ​ການ​ລາຍ​ງານ​ດ່ວນ​ຂອງ​ເຄືອ​ຂ່າຍ​ສະ​ຖາ​ນີ​ວັດ​ແທກ​ແຜ່ນ​ດິນ​ໄຫວ​ຈີນ, ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ຢູ່​ບໍ​ລິ​ເວນ​ອ້ອມ​ຈຸດ​ໃຈ​ກາງ​ແຜ່​ນ​ດິນ​ໄຫວ​ໃນ​ລັດ​ສະ​ເໝີ 200 ກິ​ໂລ​ແມັດ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 3 ລິກ​ເຕີ​ຂຶ້ນ​ໄປ ທັງ​ໝົດ 17 ເທື່ອ, ສ່ວນ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ເປັນ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ.

 

ຜູ້​ໃຊ້​ອິນ​ເຕີ​ເນັດ ຢູ່ ແຂວງ​ເຫີ​ເປີຍ, ນະ​ຄອນຫຼວງ​ປັກ​ກິ່ງແລະ​ນະ​ຄອນ​ທຽນ​ສິນ​ລ້ວ​ນ​ແຕ່​ຢືນ​ຢັນ​ວ່າ ​ຮູ້​ສຶກ​ໄດ້ເຖິງ​ແຮງ​ສັ່ນ​ສະ​ເທືອນ​ຈາກ​ແຜ່ນ​ດິ​ນ​ໄຫວ​.

 

 ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ແລ່ນ​ລົດໄຟ​ໂດຍ​ສານ, ພາກ​ສ່ວນ​ທາງ​ລົດ​ໄຟ​ຈີນ​ໄດ້​ປະ​ຕິ​ບັດ​ແຜນ​ການ​ຮັບ​ມື​ສຸກ​ເສີນ​ທັນ​ທີ ໂດຍໄດ້​ແຈ້ງ​​​ໄປລັດ​ໃຫ້ຂະ​ບວນ​ລົດ​ໄຟ​ທີ່​ແລ່ນ​ຜ່ານ​ເຂດ​ເກີດ​ແຜ່ນ​ດິນ​ໄຫວ​ຢຸດ​ຈອດ ແລະ​ກຳ​ລັງ​​ຈັດ​​ສົ່ງ​ພະ​ນັກ​ງານ​ໄປກວດ​ກາ​ສິ່ງ​ກໍ່​ສ້າງ​ແລະ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຂອງ​ທາງ​ລົດ​ໄຟຢ່າງ​ຮອບ​ດ້ານ​.

ຄຳ​ເຫັນ

0