吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນອອກແຮງເພື່ອຮັບປະກັນຄວາມປອດໄພ ແລະສຸຂະພາບຮ່າງກາຍຂອງແມ່ມານ ແລະແມ່ລູກອ່ອນພາຍໃຕ້ສະພາບພະຍາດໂຄວິດ-19

2020-07-12 19:16:11 cri

ວັນທີ 11 ກໍລະກົດນີ້ແມ່ນວັນປະຊາກອນໂລກຄົບຮອບ 31 ປີ, ປີນີ້ກອງທຶນປະຊາກອນຂອງອົງການສະຫະປະຊາຊາດໄດ້ກຳນົດຄຳຂວັນວ່າ:“ຢຸດຕິສະພາບພະຍາດໂຄວິດ-19: ເຮັດແນວໃດເພື່ອຮັບປະກັນສຸຂະພາບຮ່າງກາຍ ແລະສິທິຂອງແມ່ຍິງ ແລະເດັກນ້ອຍຜູ້ຍິງໃນປັດຈຸບັນ” ເປັນຫົວຂໍ້ວັນປະຊາກອນໂລກປີນີ້. ນັກຂ່າວໄດ້ຮັບຮູ້ຈາກກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກົນໄກຮ່ວມກັນປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ນຂອງລັດຖະບານຈີນຢູ່ນະຄອນຫຼວງປັກກິ່ງໃນມື້ດຽວກັນວ່າ: ນັບແຕ່ເກີດມີພະຍາດໂຄວິດ-19 ເປັນຕົ້ນມາ, ລັດຖະບານຈີນໄດ້ນຳໃຊ້ນະໂຍບາຍ ແລະມາດຕະການຕ່າງໆ ເພື່ອອອກແຮງສຸດຂີນໃນການຮັບປະກັນຄວາມປອດໄພ ແລະສຸຂະພາບຮ່າງກາຍຂອງແມ່ມານ ແລະແມ່ລູກອ່ອນ ກໍຄືຮັບປະກັນໃຫ້ສະພາບຄວາມປອດໄພຂອງແມ່ ແລະເດັກນ້ອຍທົ່ວປະເທດໃຫ້ມີຄວາມເປັນປົກກະຕິດີ. ກອງທຶນປະຊາກອນຂອງອົງການສປຊໄດ້ແບ່ງປັນ “ບົດຮຽນຂອງຈີນ” ກ່ຽວກັບວຽກງານດັ່ງກ່າວໃຫ້ກັບທົ່ວໂລກ.

 

ທ່ານນາງສົ້ງລີ້ ຮອງຫົວໜ້າກົມແມ່ ແລະເດັກນ້ອຍຂອງຄະນະກຳມະການສາທາລະນະສຸກແຫ່ງຊາດຈີນກ່າວວ່າ: ມາເຖິງປັດຈຸບັນນີ້, ໃນທົ່ວປະເທດຈີນລວມມີສະຖາບັນຜະດຸງຄັນ 26000 ແຫ່ງ, ມີທ່ານໝໍປະສູດຫຼາຍກວ່າ 200000 ຄົນ ແລະນາງຜະດຸງຄັນ 180000 ຄົນ, ບັນດາແຂວງ, ນະຄອນ ແລະເມືອງໄດ້ສ້າງສູນປິ່ນປົວແມ່ມານ ແລະແມ່ລູກອ່ອນທີ່ເຈັບໜັກ ເຊິ່ງໄດ້ຮັບປະກັນຄວາມປອດໄພຂອງແມ່ ແລະເດັກນ້ອຍຢ່າງມີປະສິດທິຜົນ.

ຄຳ​ເຫັນ

0