刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝົນຕົກແຮງຢ່າງຕໍ່ເນື່ອງຢູ່ພາກໃຕ້ຈີນ ເຮັດໃຫ້ສະພາບການຕ້ານຖ້ວມຂ້ຽວຂາດຂຶ້ນຕື່ມ

2020-07-12 21:36:00 cri

图片默认标题_fororder_1

ຍ້ອນມີຝົນຕົກແຮງຢ່າງຕໍ່ເນື່ອງແລະນໍ້າໄຫຼແຮງຈາກຍ່ານເໜືອເພີ່ມຂຶ້ນ, ລະດັບນໍ້າຂອງສາຍນຳ້ຢູ່ຫຼາຍແຂວງທາງພາກໃຕ້ຂອງຈີນໄດ້ເພີມຂຶ້ນຢ່າງຫຼວງຫຼາຍ ເຊິ່ງເຮັດໃຫ້ສະພາບການຕ້ານຖ້ວມຂ້ຽວຂາດຂຶ້ນຕື່ມ. ແຕ່ເວລາ 6 ໂມງຂອງວັນທີ 11 ຫາເວລາ 0 ໂມງຂອງວັນທີ 12 ກໍລະກົດນີ້, ລະດັບນໍ້າທີ່ວັດແທກໄດ້ຂອງສະຖານີອຸທົກກະສາດ 4 ແຫ່ງສູງກວ່າສະຖິຕິສູງສຸດຂອງປີ 1998 ເປັນປະຫວັດສາດ.

图片默认标题

ນັບມາຮອດເວລາ 17 ໂມງຂອງວັນທີ 11 ກໍລະກົດ, ຝົນຕົກແຮງ ແລະນໍ້າຖວ້ມໄດ້ເຮັດໃຫ້ປະຊາຊົນຈຳນວນ 5,21 ລ້ານຄົນທີ່ຢູ່ເຂດໜອງ ໂພຢາງຫູປະສົບໄພ, ໄດ້ຍົກຍ້າຍສຸກເສີນປະຊາຊົນ 4,3 ແສນຄົນໄປສູ່ບ່ອນພອດໄພ, ມີເນື້ອທີ່ການຜະລິດກະສິກຳ 450,000 ເຮັກຕາຖືກນໍ້າຖ້ວມ.

ພາກສ່ວນຕ່າງໆຂອງແຫ່ງຕ່າງໆໄດ້ດຳເນີນການກູ້ໄພຢ່າງເຕັມກຳລັງ. ນັບມາຮອດວັນທີ 10 ກໍລະກົດ, ແຂວງຈ່ຽງຊີ່ໄດ້ໃຊ້ກຳລັງຄົນຫຼາຍກວ່າ 1 ແສນ ເທື່ອຄົນໄປຕ້ານຖ້ວມແລະກູ້ໄພ.

图片默认标题

ນອກຈາກແຂວງຈ່ຽງຊີ່ແລ້ວ, ຢູ່ແຂວງຫູເປີຍ ລະດັບນ້ຳທີ່ວັດແທກໄດ້ຢູ່ບາງສະຖານີອຸທົກກະສາດແມ່ນສູງກວ່າສະຖິຕິໃນປະຫວັດສາດ. ການຮັບມືກັບການຕ້ານຖ້ວມຢູ່ທ້ອງຖິ່ນດັ່ງກ່າວໄດ້ຖືກຍົກສູງຂຶ້ນເປັນລະດັບໜຶ່ງ, ມີພະນັກງານປ່ຽນກັນເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ແລະໄດ້ວາງແຜນການຍົກຍ້າຍຊາວນາທີ່ບໍລິເວນໃກ້ຄຽງລ່ວງໜ້າ ທັງໄດ້ຍົກຍ້າຍຊາວນາລ່ວງໜ້າຍ້ອນຄາດວ່າຈະຮັບຜົນກະທົບຈາກນ້ຳຖ້ວມ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນ.

图片默认标题

ລະດັບນ້ຳຂອງໜອງຕົ້ງຖີງຫູທີ່ແຂວງຫູນານກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ. ນັບມາຮອດເວລາ 8 ໂມງຂອງວັນທີ 11 ກໍລະກົດຜ່ານມາ, ຝົນຕົກແຮງໃນປີນີ້ໄດ້ເຮັດໃຫ້ປະ ຊາຊົນຫຼາຍກວ່າ 4,8 ລ້ານຄົນໃນ 14 ເມືອງປະສົບໄພ, ມີຜູ້ເສຍຊີວິດແລ້ວ 23 ຄົນ, ໄດ້ຍົກຍ້າຍແລະຈັດສັນປະຊາຊົນຢ່າງສຸກເສີນຫຼາຍກວ່າ 2 ແສນຄົນ.

ຄຳ​ເຫັນ

0