何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເລົ່າ​ເລື່ອງ​ປະຫວັດສາດ: ທ່ານເຈີ້​ງ​ເຫີ​ເດີນ​ທະ​ເລທາງ​ໄກ

2020-07-13 19:21:40 CRI

ຊ່ອງ​ແຄບມາລາ​ກາ ​ແມ່ນ​ຊ່ອງ​ແຄບ​ທີ່​ຍາວ​ທີ່​ສຸດ ​ແລະມີ​ກຳ​ປັ່ນ​ແລ່ນໄປມາຫຼາຍ​ທີ່​ສຸດ​ໃນ​ໂລກ. ​ເມື່ອ​ຕົ້ນ​ສະຕະວັດ​ທີ 15, ກອງ​ກຳ​ປັ່ນ​ຂະ​ໜາດ​ໃຫຍ່​ທີ່​ນຳພາ​ໂດຍທ່ານ​ເຈີ້​ງ​ເຫີ ​ນັກ​ເດີນ​ທະ​ເລ​ທີ່ມີ​ຊື່​ສຽງ​ຂອງ​ຈີນ​ໄດ້​ເດີນທາງລຽບ​ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ ແລະ  ​ເຄີຍ​ແວ່​ຈອດໃນຊ່​ອງ​ແຄບ​ມາ​ລາ​ກາຫຼາຍ​ເທື່ອ ໃຊ້​ເວລາເຖິງ 28 ປີ, ທ່ານ​​ເຈີ້​ງ​ເຫີ​ໄດ້​ນຳພາ​ກອງ​ກຳ​ປັ່ນ​ໄປ​ຈອດທຽບທ່າຢ້ຽມຢາມ 30 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາຊີ​ໃຕ້, ອາຊີ​ຕາ​ເວັນ​ຕົກ, ອາ​ຟຣິກາ​ຕາ​ເວັນ​ອອກ ​ແລະ ​ແຫ່ງອື່ນໆ​ໂດຍ​ສັນຕິ. ນີ້​ກໍ​ຄື​ເລື່ອງ​ທີ່ທ່ານ​ເຈີ້​ງ​ເຫີ​ເດີນ​ທະ​ເລ​ທາງ​ໄກທີ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ເຄີຍ​ເລົ່າ​ໃນຫຼາຍ​ໂອກາດ.

ກອງ​ກຳ​ປັ່ນ​ເດີນທະ​ເລ​ທາງ​ໄກ​ຂອງ​ທ່ານ​ເຈີ້ງ​ເຫີລວມທັງ​ກຳ​ປັ່ນ​ເດີນ​ທະ​ເລ 240 ກວ່າ​ລຳ, ມີ​ທະຫານ ​ແລະ ລູກ​ເຮືອ 2 ໝື່ນ​ກວ່າ​ຄົນ. ຕາມ​ຂໍ້​ມູນ​ປະຫວັດສາດ​ໄດ້ບັນທຶກ​ໄວ້​ວ່າ: ກຳ​ປັ່ນ​ຂອງ​ທ່ານ​ເຈີ້​ງ​ເຫີ​ຍາວ 125 ​ແມັດ, ກວ້າງ 50 ​ແມັດ, ພື້ນ​ກຳ​ປັ່ນ​ຢັ່ງ​ລົງ​ນໍ້າ 9 ​ແມັດ, ມີ​ບໍລິ​ມາດ​ດັນລົງ​ນໍ້າ​ເຖິງ 17000 ກວ່າ​ໂຕນ.

​ເຖິງ​ວ່າ​ກອງ​ກຳ​ປັ່ນ​ຂອງ​ທ່ານ​ເຈີ້​ງ​ເຫີ​ມີ​ຂະໜາດ​​ໃຫຍ່​ທີ່​ສຸດ​ໃນ​ໂລກ​ສະ​ໄໝ​ນັ້ນ, ​ແຕ່​ເຂົາ​ເຈົ້າ​ບໍ່​ເຄີຍ​ຮຸກ​ຮານ​ຍຶດຄອງ​ດິນ​ແດນ​ຂອງ​ປະ​ເທດ​ອື່ນ​ແມ່ນ​ແຕ່​ໜ້ອຍ​ດຽວ, ຫາກ​ໄດ້​ສະແດງມາລະຍາດ​ທີ່ດີຕໍ່​ທຸກ​ປ​ະ​ເທດ ​ແລະ ທຸກຊົນ​ເຜົ່າ​ຢູ່​ສະ​ເໝີ, ​ນີ້ໄດ້​ກາຍ​ເປັນ​ເລື່ອງ​ເລົ່າ​ຂານ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ການ​ໄປ​ມາ​ຫາ​ສູ່​ກັບ​ປະຊາຊົນ​ຂອງ​ປະ​ເທດ​ລຽບ​ຕາມ​ເສັ້ນທາງ​ເດີນ​ທະ​ເລ, ເປັນການຊຸກຍູ້​ການແລກປ່ຽນດ້ານ​ການ​ຄ້າ ​ແລະການຖ່າຍ​ທອດວັດທະນະ​ທຳ.

ກອງ​ກຳ​ປັ່ນ​ຂອງ​ທ່ານ​​ເຈີ້​ງ​ເຫີ​ເຄີຍ​ເດີນ​ທະ​ເລ​ທາງ​ໄກ​ຕັ້ງ 7 ຄັ້ງ, ​ໃນ​ນັ້ນ​ມີ 5 ​ເທື່ອ​​ໄດ້​ໄປ​ເຖິງ​ມາລາ​ກາ, ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ສ້າງມິດຕະພາບຢ່າງສະໜິດສະໜົມ​ລະຫວ່າງ​ປະ​ເທດ, ຍັງ​ໄດ້​ໃຫ້ການຊ່ວຍ​ເຫຼື​ອແກ່ປະຊາຊົນ​ທ້ອງ​ຖິ່ນ​ໃນການສ້າງກຳ​ແພງເມືອງ, ຂັບ​ໄລ່​​ໂຈນ​ສະຫຼັດ, ຖ່າຍ​ທອດ​ເຕັກນິກ​ຜະລິດ​ເຮືອ,ການປູກຝັງ ​ແລະລ້ຽງສັດ; ​ໃນ​ເວລາ​ໄປ​ຢ້ຽມຢາມ​ເກາະຊາ​ວາ​ຫຼາຍ​ເທື່ອ, ​ເຂົາ​ເຈົ້າ​ເຫັນ​ວ່າ​ປະຊາຊົນ​ທ້ອງ​ຖິ່ນ​ນີ້ປູກຝັງ​ໂດຍ​ອາ​ໄສ​ແຮງ​ຄົນ​ລາກຄັນ​ໄຖ​ເພື່ອເຮັດນາ, ຈຶ່ງ​ໄດ້​ຖ່າຍ​ທອດ​ວິທີ​ການ​ປູກຝັງ​ໂດຍ​ໃຊ້​ແຮງ​ງົວ​ຄວາຍ, ​ເຕັກນິກ​ການປູກ​ເຂົ້າ​​ນາແລະວິທີ​ແຕ່ງກິນ. ​ໃນ​ການ​ເດີນ​ທະ​ເລ​ຄັ້ງ​ທີ 4, ກອງ​ກຳ​ປັ່ນ​ຂອງ​ທ່ານ​ເຈີ້​ງ​ເຫີ​ໄດ້​​ໂຄ້ງ​ຜ່ານ​ແຫຼມ​ອາຣັບ, ​ໄປ​ຈົນຮອດມາ​ລິນ​ດີ ​ແລະໝູ່​ເກາະ​ລາ​ມູຂອງປະເທດ​ເ​ຄັນ​ຢາ, ​ທັງ​ໄດ້​ນຳ​ເອົາ​ສິນ​ຄ້າ​ຊະນິດ​ຕ່າງໆ ​ເຊັ່ນ:​ເຄື່ອງ​​ປັ້ນ​ດິນ​ເຜົາ, ​ເຄື່ອງ​ເຄືອບ​ເງົາ​, ຜາໄໝ​ແລະ ອື່ນໆ, ​ເຊິ່ງ​ເປັນການ​ເປີດ​ເສັ້ນທາງ​ການ​ຄ້າ​ທາງ​ທະ​ເລ​ລະ​ຫວ່າງ​ຈີນ ​ແລະອາ​ຟຣິກາ. ​ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ນິຍົມຫຼາຍ​ຢູ່​​ອາ​ຟ​ຣິ​ກາ, ​ແລະ ​ຈົນ​ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ຮັ່ງ​ມີ​ໃນໄລຍະ​ໜຶ່ງ.

“ຜູ້​ທີ່​ມີ​ອຸດົມ​ການ​ຮ່ວມ, ​ເຖິງ​ຈະ​ຢູ່​​ໄກກັນທີ່ກັ້ນຂວາງດ້ວຍ​ສາຍພູ ​ແລະທະ​ເລ​ກໍ​ຖື​ວ່າ​ບໍ່ໄກ.” ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ນຳ​ໃຊ້​ປະ​ໂຫຍ​ກນີ້​ມາ​ຫຼາຍ​ເທື່ອ ​ເພື່ອ​ບັນ​ລະ​ຍາຍ​ເຖິງທັດສະນະ​ໃນການ​ພັດທະນາ​ໂດຍ​ສັນຕິ​ ​ເຊິ່ງບັນດາປະ​ເທດ​ເຖິງ​ຈະ​ຢູ່​ໄກ​ກັນ​ກໍ​ເປັນ​ປະເທດບ້ານ​ໃກ້​ເຮືອນ​ຄຽງ​ເຊັ່ນ​ກັນ. ​ເຖິງ​ຈະ​ຢູ່​ໄກ​ກັນ​ເປັນພັນເປັນໝື່ນລີ້ໂດຍ​ມີ​ພູຜາ​ແມ່​ນໍ້າ​ຂັ້ນ​ໄວ້, ມີ​ປະຫວັດສາດ ​ແລະວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ, ​ຂໍ​ພຽງແຕ່ ​ສະ​ແຫວ​ງຫາ​ການ​ພັດທະນາ​ຮ່ວມ​ກັນ, ​ແລະ​​​ສົ່ງ​ເສີມສັນຕິ​ພາບ, ປະ​ເທດ​ຕ່າງໆ​ກໍ​ຈະ​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສະ​ເໝີ​ພາບ​ກັນທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ໄດ້.

图片默认标题_fororder_0713郑和

 

ຄຳ​ເຫັນ

0