郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ 19 ໃນ​ທົ່ວ​ໂລກນອກ​ຈາກ​ຈີນ ມີ​ເຖິງ 12.467.243 ກໍ​ລະ​ນີ

2020-07-13 10:28:07 cri

​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ​ເປີດ​ເຜີຍ​ໃນວັນ​ທີ 12 ກໍ​ລະ​ກົດ​ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ 19 ໃນ​ທົ່ວ​ໂລກນອກ​ຈາກ​ຈີນ ມີ​ເຖິງ 12.467.243 ກໍ​ລະ​ນີ.

ບົດ​ລາຍ​ງານ​ສະ​ພາບ​ພະ​ຍາດ​ໂຄວິດ 19 ປະ​ຈຳ​ວັນ​ຂອງ WHO ສະ​ແດງ​ໃຫ້​ເຫັນ​ວ່າ, ​ຮອດ​ເວ​ລາ 15 ໂມງ​ຂອງວັນ​ທີ 12 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ຈຳ​ນວນ​ຜູ້​ຖືກບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ 19 ໃນ​ທົ່ວ​ໂລກນອກ​ຈາກ​ຈີນ ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າມື້​ກ່ອນ 230.335 ກໍ​ລະ​ນີ, ບັນ​ລູ 12.467.243 ກໍ​ລະ​​ນີ; ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ 19 ທີ່ນອກ​ຈາກ​ຈີນ ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ມື້​ກ່ອນ 5285 ຄົນ, ບັນ​ລູ 556.969 ​ຄົນ.

ສ່ວນຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ 19 ໃນ​ທົ່ວ​ໂລກ ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າມື້​ກ່ອນ 230.370 ກໍ​ລະ​ນີ.

ຄຳ​ເຫັນ

0