吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງໃຫ້ກຳລັງໃຈຊາວໜຸ່ມເພື່ອ​ສ້າງ​ຜົນ​ງານ​ທີ່​ໂດດ​ເດັ່ນ​ໃນ​ຊີ​ວິດ​ຕົນ

2020-07-15 18:50:11 CRI

ຄວາມມີຊີວິດຊີວາ​ຂອງຊາວໜຸ່ມກໍເໝືອນ​ດັ່ງ​ດວງຕາເວັນຂື້ນໃນ​ເວລາ 8-9ໂມງເຊົ້າ, ເປັນກຳລັງ​ຫ້າວ​ຫັນ​ໜຸ່ມ​ແໜ້ນທີ່ສຸດ​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍ​ທີ່​ສຸດໃນສັງຄົມ. ຖ້າຊາວໜຸ່ມມີ​ອຸ​ດົມ​ການ, ​ມີຄວາມຮູ້ຄວາມສາມາດແລະມີຄວາມຮັບຜິດຊອບ,ປະເທດກໍຈະມີອະນາຄົດ, ຊົນຊາດ​ກໍ​ຈະມີຄວາມຫວັງ; ຊາວໜຸ່ມຕ້ອງມີຄວາມສາມາດ​ສະ​ເພາະ​ໂຕຈຶ່ງ​ຈະສາມາດ​ສ້າງ​ຕົນ​ເອງ​ໃຫ້​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ຕອບບຸນ​ແທນ​ຄຸນ​ປະ​ເທດ​ຊາດ​ດ້ວຍ​ຄວາມ​ສາ​ມາດ​ຂອງ​ຕົນ.
 
“ອະນາຄົດຂອງໂລກ​ເປັນ​ຂອງ​ຄົນລຸ້ນຊາວໜຸ່ມ”, ສະນັ້ນ​ການ​ໃຫ້​ຄວາ​ມ​ສຳ​ຄັນ​ຕໍ່ຊາວໜຸ່ມກໍ​ຄື​ກັບ​ການ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ອະນາຄົດ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ​ເປັນ​ຕົ້ນ​ມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະ​ກຳ​ມະ​ການສູນກາງພັກກອມມູນິດຈີນໄດ້ສົ່ງສານຊົມເຊີຍແລະຕອບຈົດໝາຍຊາວໜຸ່ມຫຼາຍເທື່ອເພື່ອໃຫ້​ກຳ​ລັງ​ໃຈ​ແກ່ຊາວໜຸ່ມ​ໃນ​ການ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ສະ​ແຫວງ​ຫາ​ການ​ສ້າງຄວາມສາມາດໃຫ້​ກັບ​ຕົວ​ເອງ​ໃຫ້​ເຖິງ​ລະ​ດັບ​ທີ່​ ຜູ້​ອື່ນ​ບໍ່​ມີ​ແຕ່​ເຮົາ​ມີ, ຖ້າຜູ້​ອື່ນ​ມີ​ແຕ່​ເຮົາ​​ພັດ​ໂດດເດັ່ນ​ກວ່າແລະ​ມີ​ລະ​ດັບ​ສູງກວ່າ, ການຮ່ຳ​ຮຽນ​ໃຫ້​ມີ​ຄວາມຮູ້ຄວາມ​ສາ​ມາດ​​ທີ່​ແທ້ຈິງ, ສ້າງຊີວິດທີ່ດີງາມດ້ວຍຄວາມດຸໝັ່ນຂະຫຍັ່ນພຽນ ແລະ ສະຕິປັນຍາ.
 
ວັນທີ15ກໍລະກົດແມ່ນວັນສີ​ມື​ແຮງ​ງານຊາວໜຸ່ມໂລກ. ຕໍ່ໄປ​ພວກເຮົາຈະ​ທົບ​ທວນ​ຄືນ​​ຄຳ​ເວົ້າຂອງທ່ານສີຈິ້ນຜິງ​ເພື່ອ​ຮັບ​ຮູ້​ກ່ຽວກັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຂອງທ່ານ ແລະ​ ການຝາກຄວາມ​ມຸ້ງ​ຫວັງ​ຢ່າງ​ສູງ​​ໄວ້​ກັບຊາວໜຸ່ມ​ທັງຫຼາຍ.

 

图片默认标题_fororder_WechatIMG4

ຄຳ​ເຫັນ

0