吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ມະ​ນາກ​ອນລາວ​ຊຸດ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວພະ​ຍາ​ຍາມ​ຮຽນ​ດ້ວຍ​ຄວາມ​ປາ​ຖະ​ໜາ​ດີ​ທີ່​ສຸດ

2020-07-18 10:37:40 CRI

  图片默认标题_fororder_1126252053_15949762182941n

 ປັດ​ຈຸ​ບັນ, ສຳ​ມະ​ນາ​ກອນ​ລາວ 232 ຄົນ​ທີ່​ເປັນຊຸດ​ທຳ​ອິດ​ຂອງທາງ​ລົດ​ໄຟ​ຈີນ-ລາວ​ພວມ​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມ​ວິ​ຊາ​ສະ​ເພາະ​ທາງ​ລົດ​ໄຟ​ໄລ​ຍະ​ທີ​ໜຶ່ງ. ​ບັນ​ດາສຳ​ມະ​ນາ​ກອນ​ໄດ້​ພະ​ຍາ​ຍາມ​ຮຽນ​ດ້ວຍ​ຄວາມ​ປາ​ຖະ​ໜາ​ທີ່​ດີ​ຕໍ່​ອາ​ຊີ​ບ ແລະ ຊີ​ວິດ​ການ​ເປັນ​ຢູ່​ໃນ​ອະ​ນາ​ຄົດ.

图片默认标题_fororder_1126252053_15949762183481n

图片默认标题_fororder_1126252053_15949762183211n

 ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ ເຊິ່ງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ການ​ກໍ່​ສ້າງ ແລະ ການ​​ດຳ​ເນີນ​ການ​ທຸ​ລະ​ກິດ​ຂອງ​ທາງ​ລົດ​ໄຟ​ຈີນ​-ລາວ​ບອກ​ໃຫ້​ຮູ້​ວ່າ, ຫຼັງ​ຈາກ​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມ 4 ໄລ​ຍະ ຄື: ການ​ຮຽນ​ພາ​ສາ​ຈີນ​, ການ​ຮຽນ​ທິດ​ຕະ​ດີ​ທາງ​ລົດ​ໄຟ, ການ​ອົບ​ຮົມ​ປະ​ຕິ​ບັດ​ຕົວ​ຈິງ​ຢູ່ບໍ​ລິ​ສັດ​ທາງ​ລົດ​ໄຟ​ຄຸນ​ມີງ ແລະ ການ​ອົບ​ຮົມ​​ວິ​ຊາ​ຊີບ​ໃນ​ຕຳ​ແໜ່ງ​ສະ​ເພາະ​ທາງ​ລົດ​ໄຟ​ຈີນ-ລາວ​, ​ແລະ​ຜ່ານ​ການສອບ​ເສັງ​​ທີ່​ກ່ຽວ​ຂ້ອງ​ແລ້ວ​ ​ສຳ​ມະ​ນາ​ກອນ​ເຫຼົ່າ​ນີ້​ຈະ​ກາຍ​ເປັນ​ພະ​ນັກ​ງານ​ທາງ​ລົດ​ໄຟ ໃນ​ຕຳ​ແໜ່ງ 4 ປະ​ເພດ​ ຄື: ຜູ້​ຂັບ​ລົດ​ໄຟ, ຜູ້​ກຳ​ກັບ ແລະ ຈັດ​ວາງ​, ຜູ້​ສ້ອມ​ແປງ​ອຸ​ປະ​ກອນ ແລະ ຜູ້​ສ້ອມ​ແປງອຸ​ປະ​ກອນ​ຂັ້ນພື້ນ​ຖານ.

图片默认标题_fororder_1126252053_15949762183751n

图片默认标题_fororder_1126252053_15949762184551n

图片默认标题_fororder_1126252053_15949762184781n

    ​ ການ​ຮັບ​ສະ​ໝັກສຳມະ​ນາ​ກອນ​ອີກ​ສອງ​ຊຸດ​ຈະ​ສຳ​ເລັດ​ໃນ​ເດືອນ​ກໍ​ລະ​ກົດ​ນີ້,ຕາມ​ແຜນ​ ຈະ​ເລືອກ​ສຳ​​ມະ​ນາ​ກອນ​ລາວ 600 ຄົນ​ໂດຍ​ລວມ.

ຄຳ​ເຫັນ

0