黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່​ານ​ສີ​ຈິ້ນ​ຜິງ​ໄປ​ສຳ​ຫຼວດກວດ​ເບິ່ງ​ແຂວງ​ຈີ​ຫຼິນ

2020-07-23 14:56:42 cri

 

  ວັນ​ທີ 22 ກໍ​ລະ​ກົດ​ນີ້, ທ່​ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງ​​ຢູ່ແຂວງ​ຈີ​ຫຼິນ. ຕອນ​ບ່າຍ​ວັນ​ທີ 22 ກໍ​ລະ​ກົດ​ນີ້, ທ່​ານ​ໄດ້​ໄປ​ເຖິງ​ເຂດ​ສາ​ທິດ​ຂອງ​ແຫຼ່ງ​ການ​ຜະ​ລິດ​ເຂົ້າ​ສາ​ລີສີ​ຂຽວ​ແບບ​ມາດ​ຕະ​ຖານ​ລະ​ດັບ​ຊາດ​ທີ່​ມີ​ເນື້ອ​ທີ່​​ປະ​ມານ 67000 ເຮັກ​ຕາ​ຢູ່ເມືອງ​ຫຼີ​ຊູ້​ນະ​ຄອນ​ຊື້​ຜິງ, ​ຈາກ​ນັ້ນ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງສະ​ມາ​ຄົມ​​ການຮ່ວມ​ມື​ວິ​ຊາ​ການ​​​ກົນ​ຈັກ​ກະ​ສິ​ກຳ​ແລະຊາວ​ກະ​ສິ​ກອນ​ລູ​ເວີຍ, ເພື່ອ​ຊອກ​ຮູ້​ສະ​ພາບ​ການ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ, ການ​ອະ​ນຸ​ລັກ​ແລະ​ນຳ​ໃຊ້​ດິນ​ທີ່​ອຸ​ດົມ​ສົມ​ບູນ, ການ​ເຄື່ອນ​ໄຫວ​ຜະ​ລິດ​ກະ​ສິ​ກຳ​ທີ່​ຫັນ​ເປັນ​ການ​ນຳ​ໃຊ້​ກົນ​ຈັກ​ແລະ​ຫັນ​ເປັນ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່​, ທັງ​ຊອກ​ຮູ້​ສະ​ພາບ​ການ​ອື່ນໆ. ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງ​ຫໍ​ລະ​ນຶກ​ບັ້ນ​ຮົບ​ຊື້​ຜິງ, ເພື່ອ​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ຂອງ​ການ​ປະ​ຕິ​ວັດ​ແລະ​ລະ​ນຶກ​ເຖິງ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ການ​ປະ​ຕິ​ວັດ.

ຄຳ​ເຫັນ

0