何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍລິສັດລົດຢີ່ຊີ້ຈີນ "ລູກກົກປະເທດຈີນໃໝ່" ທີ່ກຳລັງຢູ່ໃນໄວຄະນອງທີ່ຫ້າວຫັນໜຸ່ມແໜ້ນ

2020-07-24 19:39:12 CRI

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ

 

ວັນ​ທີ 23 ກໍ​ລະ​ກົດ​ປີ 2020, ກຸ່ມ​ບໍລິ​ສັດຜະລິດ​ລົດເລກ1ຂອງ​ຈີນ​ຈຳ​ກັດເຊິ່ງ​ຄົນ​ຈີນ​ມັກ​ເອີ້ນຫຍໍ້​ວ່າ ບໍ​ລິ​ສັດ“​ຢີ່​ຊີ້” ​ນັ້ນ​ໄດ້​ຖືກ​ຂະ​ໜານ​ນາມ​ວ່າ​ເປັນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່”​ຂອງ​ຂະ​ແໜງ​ການ​ລົດ​, ໄດ້​ຕ້ອນ​ຮັບ​ການ​ມາຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ​ທີ່​ມີ​ອາ​ຍຸ​ດຽວ​ກັນ​ກັບ​ບໍ​ລິ​ສັດ.

ໃນ​ໄລ​ຍະ​ດຳ​ເນີນ​ການ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ຈີ​ລິນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂອງ​ກຸ່ມ​ບໍ​ລິ​ສັດ​ຢີ່​ຊີ້​ເພື່ອ​ດຳ​ເນີນ​ການສຳຫຼວດ​ຄົ້ນ​ຄວ້າ​​ເປັນ​ການ​ສະ​ເພາະ ທັງ​ໄດ້​ໃຫ້​ທິດ​ຊີ້​ນຳ​ສຳ​ຄັນ​ກ່ຽວ​ກັບ​ເສັ້ນ​ທາງ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ລັດ​ວິ​ສາ​ຫະ​ກິດ​ຈີນ.

ປະຫວັດຂອງ​ບໍ​ລິ​ສັດຢີ່​ຊີ້.

 

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ_fororder_一汽8

 

ທີ່​ຕັ້ງ: ນະ​ຄອນ​ສາງ​ຊຸ່ນ ເທດ​ສະ​ບານ​ແຂວງ​ຈີ​ລິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ຈີນ

 

ເວ​ລາ: ຫຼັງ​ສ​ປ​ຈີນ​ສະ​ຖາ​ປະ​ນາ​ຂຶ້ນ​ເປັນປີ​ທີ4 ຄືວັນ​ທີ 15 ກໍ​ລະ​ກົດ ​ປີ 1953, ໄດ້​ຈັດ​ພິ​ທີວາງ​ສີ​ລາ​ລືກ​ສ້າງ​ບໍ​ລິ​ສັດ​ຢີ່​ຊີ້​​.

 

ຜົນ​ງານ: ປີ1956, ໄດ້​ຜະ​ລິດ​ລົດ​ຄັນ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່, ທ່ານ​ເໝົາ​ເຈີ​ຕຸ່ງຜູ້​ນຳພາສ້າງ​ຕັ້ງ​ປ​ະ​ເທດ​ຈີນ​ໃໝ່​ໄດ້​ຕັ້ງ​ຊື່​ຍີ່​ຫໍ້​ວ່າ “ເຈ​ຟ້າງ” (ແປ​ວ່າປົດ​ປ່ອຍ) ແລະ​ ໄດ້ຂຽນ​ຊື່​ຍີ່​ຫໍ້​ໃສ່ຫົວ​ລົດດ້ວຍ​ຕົນ​ເອງ, ເຊິ່ງ​ເປັນ​ເຫດ​ການ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ: ໄດ້​ສິ້​ນ​ສຸດ​ປະ​ຫວັດ​ສາດ​ທີ່​ຈີນ​ບໍ່​ສາ​ມາດ​ຜະ​ລິດ​ລົດ​ໄດ້. ປີ1958,​ລົດ​ເກງຍີ່​ຫໍ້ “ຫົງ​ສີ” (ທຸງ​ແດງ)​ ຄັນ​ທຳ​ອິດ​ແລະ​ລົດ​ເກງ​ຊັ້ນ​ສູງຍີ່​ຫໍ້ “ຕຸ່ງ​ເຟີ່ງ”(ລົມ​ບົວ​ລະ​ພາ)​ຄັນ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່ກໍ​ໄດ້​ກຳ​ເນີດເກີດ​ຂຶ້ນ​ຢູ່​ບໍ​ລິ​ສັດ​ຢີ່​ຊີ້​ຕາມ​ລຳ​ດັບເຊິ່ງ​ໄດ້​ເປັນ​ການ​ເປີດ​ສັງ​ກາດ​ໃໝ່​ໃຫ້ກັບ​ອຸດ​ສາ​ຫະ​ກຳ​ລົດ​ເກງ​ຈີນ.

 

ລະ​ດັບ​ຊື່​ສຽງ​ຂອງ​ຍີ່​ຫໍ້: ຜ່ານ​ຈາກ​ການ​ພັດ​ທະ​ນາ​ມາ​ເປັນ​ເວ​ລາ 60 ກວ່າ​ປີ, ບໍ​ລິ​ສັດ​ຢີ່​ຊີ້​ໄດ້​ສ້າງ​ຖານການຜະ​ລິດ​ໃຫຍ່ 5 ແຫ່ງ​ຢູ່​ທົ່ວ​ປະ​ເທດ​ຈີນ​ຄື:ເຂດ​ຕາ​ເວັນ​ອອກ​ສຽງ​ເໜືອ, ເຂດ​ເໜືອ, ເຂດ​ຕາ​ເວັນ​ອອກ, ເຂດ​ໃຕ້​ ແລະ ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ຍັງ​ໄດ້​ຜະລິດລົດຫຼາຍປະ​ເພດ​ເຊັ່ນ:ລົດ​ບັນທຸກຂະ​ໜາດ​ກາງ, ລົດ​ບັນທຸກໜັກ, ລົດ​ບັນທຸກເບົາ, ລົດ​ຂະ​ໜາດ​ນ້ອຍ, ລົດ​ໂດຍ​ສານ, ລົດ​ເກງ​ເປັນ​ຕົ້ນ, ນັບ​ລວມ​ແລ້ວ​ໄດ້​ຈຳ​ໜ່າຍ​ລົດ​ຫຼາຍກວ່າ 45,48 ລ້ານ​ຄັນ ເຊິ່ງ​ມີປະ​ລິ​ມານ​ການ​ຈຳ​ໜ່າຍ​ຢູ່​ໃນ​ແຖວ​ໜ້າ​ຂອງ​ຂະ​ແໜ​ງ​ລົດ​ຂອງ​ຈີນ. ນອກ​ນີ້, ບໍ​ລິ​ສັດ​ຢີ່​ຊີ້​ຍັງ​ໄດ້​ສ້າງ​ຖານ​ຜະ​ລິດລົດ​16 ແຫ່ງ​ຢູ່ 14 ປະ​ເທດ​ເຊັ່ນ:​ອາ​ຟ​ຣິ​ກາ​ໃຕ້,ປາ​ກີ​ສະ​ຖານ,ແມັກ​ຊິກ,ຣັດ​ເຊຍ​ເປັນ​ຕົ້ນເຊິ່ງ​ກິດ​ຈະ​ການ​ໄດ້​ປົກ​ຄຸມ 78 ປະ​ເທດ.

 

ອະດີດແລະປັດຈຸບັນຂອງ​ບໍ​ລິ​ສັດ​ຢີ່​ຊີ້

 

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ_fororder_一汽11.pic_hd

 

ອະດີດ: ເດືອນກໍລະກົດປີ 1953, ພີທີວາງສີລາ​ລືກສ້າງບໍລິສັດຢີ່ຊີ້

ສະຖານທີ່ແຫ່ງນີ້ເຄີຍເປັນບ່ອນຮົກ​ເຮື້ອ ທີ່ເຕັມແຕ່ກະຕ່າຍປ່າ​ແລະ​ໝາ​ຈອກ. ແຕ່ກີ້ ເຄີຍເກີດມີເຫດການທີ່ກຳມະກອນສູ້ກັບໝາໄນຢ່າງກ້າຫານຢູ່ໂຮງງານທີ່ຫາກໍ່ສ້າງສຳເລັດຢູ່ແຫ່ງນີ້. ຕາມການເລົ່າຂານກັນວ່າ: ທິມງານຊາວໜຸ່ມເຄີຍຂ້າໜູ 39ໂຕໃນເວລາເຮັດອະນາໄມຢູ່ໃນສາງທີ່ມີເນື້ອທີ່ບໍ່ເຖິງ 40 ຕາແມັດ.

ປັດຈຸບັນ:ບໍລິສັດຢີ່ຊີ້ໄດ້ສ້າງໂຮງປະກອບລົດແບບອັດຕະໂນມັດຢ່າງມີປະສິດທິພາບສູງ

 

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ_fororder_一汽12.pic_hd

 

ອະດີດ: ວັນທີ 13 ກໍລະກົດປີ 1956, ລົດບັນທຸກຍີ່ຫໍ້“ເຈຟ້າງ” ຄັນທຳອິດທີ່ທ່ານ   ເໝົາ​ເຈີຕຸ່ງອະດີດປະທານປະເທດຈີນເປັນຜູ້ຕັ້ງຊື່ໃຫ້ແລະຂຽນຊື່ໃສ່ຫົວ​ລົດ​ດ້​ວຍ​ຕົນ​ເອງນັ້ນໄດ້ຜະລິດຢ່າງສຳເລັດຜົນ.ເມື່ອຮອດປີ1986 ໄດ້ຢຸດເຊົາການຜະລິດລົດ​ຍີ່​ຫໍ້ “ເຈຟ້າງ” ລຸ້ນ​ເກົ່າ, ແຕ່ກໍສາມາດຜະລິດລົດໄດ້ທັງໝົດຫຼາຍກວ່າ 1,28ລ້ານຄັນເຊິ່ງ ກວມ 50% ຂອງຍອດປະລິມານການຜະລິດລົດໃນທົ່ວປະເທດຈີນໃນຕອນນັ້ນ.

ປັດຈຸບັນ: ວັນທີ 18ເມສາປີ 2018, ລົດລຸ້ນໃໝ່ຂອງຍີ່ຫໍ້“ເຈຟ້າງ”ໄດ້ຜະລິດສຳເລັດແລ້ວ. ຢູ່ບົນເສັ້ນທາງເລັ່ງລັດການພັດທະນາເຕັກນິກລົດອັດ​ສະ​ລິ​ຍະແລະເລັ່ງລັດສ້າງລະບົບການຈຳໜ່າຍສິນຄ້າແບບ​ອັດ​ສະ​ລິ​ຍະ, ບໍລິສັດຢີ່ຊີ້ໄດ້ກ້າວໄປສູ່ແຖວໜ້າຂອງຂະແໜງການອີກຄັ້ງໜຶ່ງ.

 

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ_fororder_一汽13.pic_hd

 

ອະດີດ: ວັນທີ 1ສິງຫາປີ 1958, ລົດຍີ່ຫໍ້“ຫົງ​ສີ”(ທຸງ​ແດງ)ຄັນທຳອິດໄດ້ຖືກຜະລິດຂື້ນຢ່າງສຳເລັດຜົນ. ປີ 1959, ໃນພິທີສວນສະໜາມເພື່ອສະເຫຼີມສະຫຼອງວັນສະຖາປະນາປະເທດຈີນໃໝ່ຄົບຮອບ 10 ປີ, ລົດ“ຫົງ​ສີ”ເປັນລົດສວນສະໜາມເປັນຄັ້ງທຳອິດ. ​ຈົນ​ມາຮອດປີ 2019, ລົດ“ຫົງ​ສີ”ເຄີຍເປັນລົດສວນສະໜາມທັງ​ໝົດ 6 ຄັ້ງໃນ​ພິ​ທີສວນສະໜາມຂະໜາດໃຫຍ່ຂອງປະເທດຈີນໃໝ່.

ປັດຈຸບັນ: ວັນທີ 10 ກໍລະກົດປີ 2020, ລົດ“ຫົງ​ສີ”ລຸ້ນH5ທີ່ມີຮູບຊົງທີ່ທັນສະໄໝແລະສວຍງາມກວ່າເກົ່າໄດ້ວາງສະແດງຢູ່ງານວາງສະແດງລົດສາກົນ(ສາງຊຸ່ນ)ຈີນຄັ້ງທີ17.

 

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ_fororder_timg

ລົດ“ຫົງ​ສີ”E-HS9ທີ່ວາງສະແດງຢູ່ສະ​ຖາ​ບັນຄົ້ນຄວ້າ​ພັດ​ທະ​ນາຂອງກຸ່ມບໍລິສັດຢີ່ຊີ້

 

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ_fororder_3.2

ລົດsportທີ່ຂັບເຄື່ອນດ້ວຍເຊື້ອໄຟ​ປະ​ສົມລະຫວ່າງໄຟຟ້າແລະນຳ້ມັນເຊື້ອໄຟແບບສາກໄຟຂອງບໍລິສັດຢີ່ຊີ້

 

ບໍ​ລິ​ສັດ​ລົດ​ຢີ່​ຊີ້​ຈີນ “ລູກ​ກົກ​ປະ​ເທດ​ຈີນ​ໃໝ່” ​ທີ່ກຳ​ລັງ​ຢູ່​ໃນ​ໄວ​ຄະ​ນອງ​ທີ່​ຫ້າວ​ຫັນ​ໜຸ່ມ​ແໜ້ນ_fororder_a24ccc3ce30340c08dcd938ede15796f

ຖານການຜະລິດລົດບັນທຸກຂອງກຸ່ມບໍລິສັດຢີ່ຊີ້ທີ່ຕັ້ງຢູ່ອາຟຼິກາໃຕ້​

 

ໝາກຜົນດ້ານວິທະຍາສາດເຕັກໂນໂລຊີໄດ້ຫັນເປັນກຳລັງການຜະລິດຕົວຈິງ, ບໍ່ສາມາດປາສະຈາກການອອກແຮງງານ​ແລະ​ສະ​ຕິ​ປັນ​ຍາຂອງ​ກຳ​ມະ​ກອນໄດ້. ໃນຂະບວນການສ້າງສາປະເທດທີ່ເຂັ້ມແຂງດ້ານອຸດສາຫະກຳການຜະລິດ, ຕ້ອງການ “​ກຳ​ມະ​ກອນຫຼຽນ​ຄໍາ”ທີ່​ມີ​ອຸດົມ​ການ ມີ​ສະຕິ​ປັນ​ຍາ ​ແລະ ມີ​ສີມື​ຊຳນານ.

 

ຈາກ “​ໝີ່​ຊີ” ກາຍ​ເປັນ “ກຳມະກອນ​ຫຼຽນ​ຄຳ”_fororder_1115963593_14371389782141n

 

ຢູ່​ຫ້ອງ​ທົດ​ລອງ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າພັດ​ທະ​ນາ​ຂອງກຸ່ມ​ບໍລິສັດ​ລົດ​ເລກ 1​ຈີນ​ຈຳ​ກັດຫຼື ບໍ​ລິ​ສັດ​ຢີ່​ຊີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຮູ້​ວ່າ​ມີ​ບາງ​ຄົນ​ແມ່ນ​ນັກ​ສຶກສາ​ທີ່​ຮຽນ​ຈົບ​ໃໝ່​ໃນ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​​ໄດ້​ສະ​ແດງຄວາມ​ເອົາ​ໃຈ​ໃສ່ ​ແລະ ຖາ​ມວ່າ​​ເຂົາ​ເຈົ້າ​ຮຽນ​ຈົບ​ຈາກ​ໂຮງຮຽນ​ໃດ? ມີ​ລາຍ​ຮັບ​ຫຼາຍປານ​ໃດ? ມາ​ເຮັດ​ວຽກ​ຢູ່​ນີ້​ພໍ​ໃຈ​ບໍ່? ຜູ້​ຮັບຜິດ​ຊອບ​ບໍລິສັດ​ແນະນຳ​ວ່າ, ປີ​ນີ້​ກຸ່ມ​ບໍລິສັດ​ຢີ່ຊີ້​ໄດ້​ຮັບ​ສະໝັກ​ນັກ​ສຶກສາ​ທີ່​ຮຽນ​ຈົບ​ໃໝ່ 1115 ຄົນ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: “ນັກ​ສຶກສາ​ປະກອບ​ອາຊີບ, ປີ​ນີ້​ໄດ້​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈຳນວນ​ໜຶ່ງ,​ເນື່ອງ​ຈາກ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄວິດ-19. ​ແຕ່​ພັກ ​ແລະ ລັດຖະບານ​ໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ ຖື​ເປັນ​ສິ່ງ​ສຳຄັນ​ໃນວຽກ​ງານ​ເສດຖະກິດ​ປີ​ນີ້, ພະຍາຍາມ​ເຮັດ​ໃຫ້​ນັກ​ສຶກສາ​ຂອງ​ພວກ​ເຮົາ​ສາມາດ​ຊອກ​ໄດ້​ວຽກ​ເຮັດ​ງານ​ທຳ. ນັກ​ສຶກສາ​ກໍ​ຕ້ອງ​ຕັ້ງ​ທັດສະນະ​ປະກອບ​ອາຊີບ​ຢ່າງ​ຖືກຕ້ອງ, ຊອກ​ໄດ້​ຖານະ​ທີ່​ຕັ້ງ​ຂອງ​ຕົນ,ປ້ອນ​ຕົວ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ, ບັນລຸ​ອຸດົມ​ການ​ທາງ​ຊີວິດ​ຂອງ​ຕົນ.”

 

ຈາກ “​ໝີ່​ຊີ” ກາຍ​ເປັນ “ກຳມະກອນ​ຫຼຽນ​ຄຳ”_fororder_1115963593_14371389987491n

 

ຈາກ “​ໝີ່​ຊີ” ກາຍ​ເປັນ “ກຳມະກອນ​ຫຼຽນ​ຄຳ”

 

ທ່ານ​ຊີ​ຊົ່ງອີ, ​ກຳ​ມະ​ກອນ​ສ້ອມ​ແປງ​ໃນເມື່ອກ່ອນ, “ກຳມະກອນຫຼຽນຄຳ”ຂອງ​ກຸ່ມ​ບໍລິສັດ​ລົດ​ເລກ 1​ຈີນ​ຈຳ​ກັດຫຼື ບໍ​ລິ​ສັດ​ຢີ່​ຊີ້ ​ໃນປະຈຸບັນ​.

 

ປີ 1994, ທ່ານ​ຊີ​ຊົ່ງອີ​ທີ່​ມີ​ອາຍຸ 20 ປີ​ໄດ້​ເຂົ້າ​ເຮັດ​ວຽກ​ເປັນ​ກຳມະກອນ​ສ້ອມ​ແປງ​ໃນ​ໂຮງງານຂອງ​ບໍລິສັດ​ຢີ່​ຊີ້. ​ໃນ​ເວລາ​ນັ້ນ​ເມື່ອ​ເຄື່ອງ​ຈັກ​ເກີດ​ມີບັນຫາ​ໃນ​ລະບົບ​ການ​ຜະລິດ​ແລ້ວ ກໍ​ຕ້ອງ​ໃຊ້​​ເຄື່ອງ​ອື່ນ​ໄປປ່ຽນ​ແທນ,​ ຈາກນັ້ນຈຶ່ງສົ່ງ​ໄປ​ສ້ອມ​ແປງ, ​ແລ້ວ​ເກັບໄວ້​ເປັນ​ເຄື່ອງຈັກ​ສຳຮອງ​. ສຳລັບ​ເຄື່ອງ​ຈັ​ກ​ເຫຼົ່າ​ນີ້​ລ້ວນ​ແຕ່ເກັບ​ມ້ຽນ​ໄວ້​ຢູ່​ຫ້ອງ​ສ້ອມ​ແປງ. ທ່ານ​ຊີ​ຊົ່ງອີຫຍຸ້ງ​ກັບ​ການ​ເຮັດ​ວຽກ​ຢູ່ຫ້ອງ​ສ້ອມ​ແປງ​ຈົນ​ບໍ່​ມີ​ເວ​ລາ​ໄປ​ໃສ, ຕັ່ງ​ຍາວ​ໃນ​ໂຮງງານ​ຈຶ່ງ​ໄດ້​ກາຍ​ເປັນ​ຕຽງ​ນອນ​ຂອງ​ລາວ. ​ເພື່ອ​ປະຢັດ​ເວລາ, ທ່ານ​ຊີ​ຊົ່ງອີ​ຍັງ​ໄດ້​ເຮັດ​ອາຫານ​ແບບງ່າຍໆວ່ອງໄວ, ຄື:​ໃຊ້​ກ່ອງ​ເຂົ້າ​ອາ​ລຸຍ​ມິນຽມ​ມາຕົ້ມ​ໝີ, ປົນ​ກັບ​ແຈ່ວ​ໄຂ່​ທີ່​ແມ່​ແຕ່ງ​ໃຫ້, ກໍ​ຖືວ່າ​ເປັນ​ຄາບເຂົ້າ​ແບບ​ງ່າຍໆ. ​ເມື່ອ​ກິນ​ແບບ​ງ່າຍໆ​ແນວ​ນີ້​ມາ​ຫຼາຍ​ເທື່ອ​ແລ້ວ, ໝູ່​ຮ່ວມ​ງານ​ກໍ​ມັກເວົ້າຢອກ​ລາວ​ໂດຍ​ເອີ້ນ​ຊື່ຫຼິ້ນ​ວ່າ “ໝີ່ຊີ”.

 

ທ່ານ​ຊີ​ຊົ່ງອີ​ທີ່​ຖື​ໂຮງງານ​ເປັນ​ຊີວິດຈິດໃຈ, ໄດ້ຊຸກຍູ້​ໃຫ້“ສິນຄ້າ​ທີ່​ຜະລິດ​ໂດຍ​ຈີນ” ກ້າວ​ໄປ​ສູ່ “ສິນຄ້າ​ທີ່​ປະດິດ​ສ້າງ​ໃໝ່​ໂດຍ​ຈີນ”, ​ແມ່ນ​ຍ້ອນ​ຄວາມ​ຜິດພາດ​ເທື່ອ​ໜຶ່ງ​ໃນ​ການ​ເຮັດ​ວຽກ. ມີ​ເທື່ອ​ໜຶ່ງ​ເພິ່ນ​ລືມ​ຈອດ​ເຫຼັກຢູ່ 4 ຈຸດ​ຈຶ່ງ​ຖືກ​ຕັດເງິນ 200 ຢວນ, ​ໃນ​ເວລາ​ນັ້ນ ທ່ານ​ຊີ​ຊົ່ງອີ​ມີຄ່າ​ແຮງ​ງານ​ປະມານ 50 ກວ່າ​ຢວນຕໍ່​ມື້, ຄວາມ​ຜິດພາດ​ເທື່ອ​ນັ້ນໄດ້​ເຮັດ​ໃຫ້​ທ່ານ​​ເສຍ​ຄ່າ​ແຮງ​ງານ​ຫຼາຍ​ມື້. ທ່ານ​ໄດ້​ລົງມື​ຈາກ​ຄວາມ​ຜິດພາດ​ທີ່​ລືມ​ຈອດ​ເຫຼັກ, ຄົ້ນຄວ້າ​ວິທີ​ໃໝ່ ແລະ ປັບປຸງ, ຈຶ່ງ​ໄດ້​ປະດິດ​ສ້າງ​ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ​ຕິດຕາມ​ການ​ຈອດ​ເຫຼັກ, ທັງ​ໄດ້​ໃຊ້​ຮູບ​ການ​ທີ່ປະສົມ​ປະສານ​ເຕັກນິກ​ເອເລັກ​ໂຕຼນິກມີ​ໂຄຼ, ​ເຕັກນິກ​ເກັບກຳ​ຂໍ້​ມູນ​ບ່ອນ​ຈອດ​ເຫຼັກ ​ແລະ ​ເຕັກນິກຄອມ​ພິວ​ເຕີ ​ໂດຍ​ໄດ້​ແກ້​ໄຂ​ບັນຫາ​​ຫຍຸ້ງ​ຍາກລະດັບ​ໂລກ​ໃນ​ການ​ຕິດຕາມ​ຄວບ​ຄຸມ ​ແລະ​ວັດ​ແທກ​ຄຸນ​ນະພາ​ບ​ໃນການ​ຈອດ​ໂຄງລົດຂອງ​ລົດ​ເກງ ​ເຊິ່ງ​ເປັນ​ບັນຫາ​ທີ່​ຄົງ​ຄ້າງ​ໃນທົ່ວ​ຂະ​ແໜງ​ການ​ຜະລິດ​ລົດ​, ​ແລະ​ໄດ້​ຊ່ວຍ​ຊຸກ​ຍູ້​ການ​ຫັນ​ເປັນ​ແບບ​ດີຈີ​ຕອນ​ຂອງ​ບໍລິສັດ​ຢີ່​ຊີ້.

 

ໝາກຜົນດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄດ້ຫັນ​ເປັນ​ກຳລັງ​ການ​ຜະລິດ​ຕົວ​ຈິງ, ບໍ່​ສາມາດ​ປາສະຈາກ​ການ​ອອກ​ແຮງ​ງານ​ຂອງກຳ​ມະ​ກອນໄດ້. ​ໃນ​ຂະ​ບວນການ​ສ້າງສາ​ປະ​ເທດທີ່​ເຂັ້ມ​ແຂງ​ດ້ານ​ອຸດ​ສ​າ​ຫະ​ກຳ​ການ​ຜະລິດ, ຈີນ​ໄດ້​ບຳລຸງ​ສ້າງ ​ແລະ​ປາກົດ​ມີ ກຳມະກອນທີ່ມີສີມືດີຄື​​ທ່ານ​ຊີຊົ່ງອີ ຜູ້​ທີ່​ຕອບ​ແທນ    ​ບຸ​ນຄຸນຂອງ​ປະ​ເທດ​ຊາດ​ດ້ວຍ​ສີມື​ຂອງ​ຕົນນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຄຳ​ເຫັນ

0