黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ​ຫ້າມ​ບໍ່​ໃຫ້​ຖ້ຽວ​ບິນ​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ເຂົ້າ​ດິນ​ແດນຕົນ​ເປັນ​ການ​ຊົ່ວ​ຄາວ

2020-07-26 10:08:06 cri

ຕອນ​ຄ່ຳ​ວັນ​ທີ 25 ກໍ​ລະ​ກົດ​ນີ້, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍໄດ້​​ເຫັນ​ດີ​ຕາມ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ, ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ​ໜ້າ​ນີ້​ຈະ​ຫ້າມ​ບໍ່​ໃຫ້​ຖ້ຽວ​ບິນ​ຈາກ​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ເຂົ້າ​ດິນ​ແດນ​ກຳ​ປູ​ເຈຍ​ເປັນ​ການ​ຊົ່ວ​ຄາວ.

ວັນ​ທີ 25 ກໍ​ລະ​ກົດ​ນີ້, ກະ​ຊວ​ງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ, ພາຍ​ຫຼັງ​ກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ, ທ່ານ​ມົມ ບຸນ​ເຮງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸ​ກກຳ​ປູ​ເຈຍ​ໄດ້​ສົ່ງ​ບົດ​ລາຍ​ງານ​ເຖິງ​ທ່ານ​ຮຸນ​ແຊນ​ເຊິ່ງ​ມີ​ເນື້ອ​ໃນ​ວ່າ: ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​​ໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈາກ​ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ເພື່ອ​ປົກ​ປ້ອງສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ​​ຂໍສະ​ເໜີ​ຕໍ່ລັດ​ຖະ​ບານ​ວ່າ​ຫ້າ​ມ​ບໍ່​ໃຫ້​ຖ້ຽວ​ບິ​ນ​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ເຂົ້າ​ດິນ​ແດນ​ກຳ​ປູ​ເຈຍ​ເປັນ​ການ​ຊົ່ວ​ຄາວ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ​ໜ້າ​ເປັນ​ຕົ້ນ​ໄປ.

ແຕ່​ວັນ​ທີ 20 ມິ​ຖຸ​ນາ​ຫາ​ວັນ​ທີ 25 ກໍ​ລະ​ກົດ, ຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ໄປ​ເຖິງ​ກຳ​ປູ​ເຈຍ​ຈາກ​ຖ້ຽວ​ບິນ​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ມີ 108 ຄົນ​​ທີ່ຖືກ​ບົ່ງ​ມະ​ຕິ​ວ່າເປັນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0