吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີ​ຟິລິບິນ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ແຫ່ງ​ລັດ​ຄັ້ງ​ທີ 5 ຕໍ່​ສະພາ​ຕ່ຳ

2020-07-28 17:48:50 cri

ວັນ​ທີ 27 ກໍລະກົດ​ນີ້, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິ​ປິນ​ໄດ້ສະ​ເໜີບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິ​ບັດ​ແຜນການແຫ່ງ​ລັດ​ຄັ້ງ​ທີ 5 ຕໍ່​ສະພາ​ຕ່ຳ. ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ບົດ​ລາຍ​ງານ​ນີ້​ໄດ້​ເນັ້ນ​ໃສ່,ພາຍ​ໃຕ້​ສະພາບການ​ແຜ່​ລະບາດ​ຢ່າງ​ວ່ອງ​ໄວ​ຂອງພະຍາດ​ໂຄ​ວິດ-19, ລັດ​ຖະບານ​ຟິລິ​ປິນ​ໄດ້​ເຮັດ​ແນວ​ໃດ​ໃນ​ຂະນະ​ທີ່​ຮັບ​ມື​ກັບ​ພະຍາດນັ້ນ, ກໍ​ໄດ້​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ.

ຂໍ້​ມູນ​ຈາກ​ກະຊວງ​ສາທາລະນະ​ສຸກ​ຟິລິບິນຊີ້​ໃຫ້​ເຫັນ​ວ່າ​: ຈົນ​​ເຖິງຕອນ​ບ່າຍ​ວັນ​ທີ 27 ກໍລະກົດ​ນີ້, ຟິລິປິນ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິ​ດ-19 ທັງ​ໝົດ 82040 ຄົນ, ​ມີ​ຜູ້​ເສຍ​ຊີວິດ 1945 ຄົນ. ທ່ານ​ດູ​ເຕີ​ເຕກ່າວ​ວ່າ: ​ເນື່ອງ​ຈາກ​ລັດຖະບານ​ໄດ້​ນຳ​ໃຊ້​ມາດຕະການ​ຢ່າງ​ທັນ​ເວລາ, ​ເຮັດ​ໃຫ້​ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ​ຫຼຸດ​ລົງ​ 1,3 ລ້ານ​ຫາ 3,5 ລ້ານ​ຄົນ. ປັດຈຸບັນ​ນີ້​ລັດຖະບານ​ຍັງພະຍາຍາມ​ຍົກ​ສູງ​ຄວາມ​ສາມາດກວດ​ຫາ​ເຊື້ອ​ພະຍາດ, ​ແລະຍັງ​ຍົກ​ສູງ​ຄວາມ​ສາມາດ​ປິ່ນປົວ​ຂອງ​ລະບົບ​​ການ​ແພດ​ຕື່ມ​ອີກ​ໃນ​ປີ 2021, ການ​ຮັບ​ມື​ກັບ​ພະຍາດ​ໂຄ​ວິດ-19 ​ໃນ​ອາ​ນະ​ຄົດ​ຕ້ອງ​ມີ​ການ​ອອກ​ແບບ​ລະດັບ​ສູງ​ສຸດ.

ທ່ານ​ເວົ້າ​ໂດຍ​ກົງ​ວ່າ: ​ເຖິງ​ວ່າ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ​-19 ກໍ​ຕາມ,​ ​ແຕ່​ສະພາບ​​ເສດຖະກິດ​ຂອງ​ຟິລິ​ປິນ​ໃນ​ປັດຈຸບັນ​ນີ້​ຍັງສາມາດ​ເຫັນ​ໄດ້​ວ່າ​ມີ​ທິດ​ທາງ​ທີ່​ດີ.

ປັດຈຸບັນ, ຟິລິ​ປິນ​ໄດ້​ເຂົ້າສູ່​ໄລຍະການ​ກະ​ຕຸ້ນ​ການ​ຟື້ນ​ຟູ​ເສດຖະກິດ​​ພາຍ​ຫຼັງ​​ການແຜ່​ລະບາດ​ພະຍາດ. ທ່ານ​ດູ​ເຕີ​ເຕກ່າວ​ວ່າ: ລັດຖະບານ​ໄດ້​ດຳ​ເນີນ​ວຽກ​ງານ​ທີ່​ກ່ຽວຂ້ອງ​ກັບ​ພື້ນຖານ​ໂຄງ​ລ່າງມາ​ກ່ອນ​ແລ້ວ. ​ໂຄງການ​ຮ່ວມ​ມື​ຈີນ-ຟິລິປິນ​ຫຼາຍ​ໂຄງການໄດ້​ຟື້ນ​ຟູ​ຄືນ​ໃໝ່​ຢ່າງຮອບດ້ານ​ໂດຍ​ພື້ນຖານ ​ເຊິ່ງຈະ​ສາມາດຊ່ວຍ​ຟິລິ​ປິນ​ຊຸກຍູ້​ການພັດ​ທະນາ​ເສດຖະກິດ​ໃນ​ຕໍ່ໜ້າ. ​ໃນ​ອະນາຄົດ, ລັດຖະບານ​ຟິລິ​ປິນ​​ມີແຜນການ​ຊ່ວຍ​ຟື້ນ​ຟູ​ທຸລະ​ກິດ​ຕື່ມ​ອີກ, ​ໂດຍ​ສະ​​ເພາະ​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ​ນ້ອຍກໍ​ຄື​ວິ​ສາ​ຫະກິດ​ຂະໜາດຍ່ອມ.

 

ຄຳ​ເຫັນ

0