覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ລີ​ຊຽນ​ລົງ​ກ່າວ​ວ່າ: ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ທີ່​ໝັ້ນ​ຄົງ​ຄື​ພື້ນ​ຖານຂອງ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍາວ​ນານ​ຂອງ​ອາ​ຊີ

2020-07-29 18:35:29 cri

ວັນ​ທີ 28 ກໍ​ລະ​ກົດ​ນີ້, ໃນ​ງານ​ສຳ​ມະ​ນາ​ທາງວິ​ດີ​ໂອ​ທີ່​ສະ​ພາ​ມົນ​ຕີ​ອັດ​ລັງ​ຕິດ  ເຊິ່ງ​ເປັນ​ຄັງ​ປັນ​ຍາ​ຂອງ​ອາ​ເມ​ຣິ​ກາ ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ນັ້ນ, ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີສິງ​ກະ​ໂປ​ຢືນ​ຢັນ​ວ່າ ຫວັງ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຊຸດ​ຕໍ່​ໄປຈະ​ສາ​ມາດ​ປັບ​ປຸງ​ການ​ພົວ​ພັນ​ກັບ​ຈີນ​ໃຫ້​ໝັ້ນ​ຄົງ​ສາ​ກ່ອນ, ເພາະ​ວ່າ ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍາວ​ນານ​ຂອງ​ພາກ​ພື້ນ​ອາ​ຊີ​ແມ່ນ​ຕ້ອງ​ສ້າງ​ຂຶ້ນ​ຢູ່​ບົນ​ພື້ນ​ຖານ​ດັ່ງ​ກ່າວ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ຫວັງ​ໃຫ້​ຜູ້​ນຳ​ອາ​ເມ​ຣິ​ກາ​ຊຸດ​ຕໍ່​ໄປ​ຈະ​ສາ​ມ່າດ​ກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຈາກ​ສອງ​ພັກ​ແລະ​ເປັນ​ນະ​ໂຍ​ບາຍ​ທີ່​ໝັ້ນ​ທ່ຽງ​ທັງ​ສາ​ມາດ​ຄາດ​ຄະ​ເນ​ໄດ້.
 

      ໃນ​ເວ​ລາຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ລີ​ຊຽນ​ລົງ​ກ່າວ​ວ່າ: ບໍ່​ວ່າ​ຈະ​ແມ່ນ​ໃຜ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຊຸດ​ຕໍ່​ໄປ​ກໍ​ຕາມ, ສິງ​ກະ​ໂປ​ລ້ວນ​ແຕ່​ຫວັງ​ວ່າ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໄດ້, ​ພ້ອມ​ດຽວ​ກັນ​ນີ້ພັກ​ລີ​ພັບບ​ຣີ​ກັນ​ແລະ​ພັກ​ເດ​ໂມ​ເຄ​ຣັດຂອງ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ນະ​ໂຍ​ບາຍ ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ຕໍ່​ອາ​ຊີ ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ມີ​ຄວາມ​ໝັ້ນ​ຄົງ​ເພື່ອ​ບໍ່​ໃຫ້​​ເກີດ​ປາ​ກົດ​ການ​ທີ່​ມີຈຸດ​ຢືນ​ປ່ຽນ​ໄປ​ປ່ຽນ​ມ​າ​ເນື່ອງ​ຈາກ​ການ​ຜັດ​ປ່ຽນ​ກັນ​ຂຶ້ນ​ກຳ​ອຳ​ນາດ​ຂອງ​ສອງ​ພັກ​ດັ່ງ​ກ່າວ.

ຄຳ​ເຫັນ

0